ລັດຖະມົນຕີກະຊວງ ຍທຂ ຕ້ອນຮັບຮອງລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງຫວຽດນາມ

ວັນທີ 3 ມັງກອນ 2025 ຢູ່ກະຊວງໂຍທາທິການ ແລະ ຂົນສົ່ງ(ຍທຂ) ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງ ຍທຂ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຫງວຽນ ຊວັນ ຊາງ ຮອງລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງແຫ່ງ ສສ ຫວຽດນາມ ໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.
ທ່ານ ງາມປະສົງ ເມືອງມະນີ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ຫງວຽນ ຊວັນ ຊາງ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງ ສອງກະຊວງ ທາງດ້ານການຄົມມະນາຄົມ ແລະ ຂົນສົ່ງໃນໄລຍະຜ່ານມາ ທີ່ໄດ້ປະກອບສ່ວນຢ່າງໃຫຍ່ຫລວງເຂົ້າໃນການເຊື່ອມໂຍງ ເຊື່ອມຈອດກັບພາກພື້ນ ແລະ ສາກົນ. ພ້ອມນີ້, ສອງຝ່າຍໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງສອງນາຍົກລັດຖະມົນຕີ ທີ່ຕິດພັນກັບການຮ່ວມມືດ້ານ ຄົມມະນາຄົມ ແລະ ຂົນສົ່ງ ເປັນຕົ້ນ ການຈັດກອງປະຊຸມພົບປະສອງຝ່າຍປະຈໍາປີ ລະຫວ່າງກະຊວງ ຍທຂ ສປປ ລາວ ແລະ ກະຊວງຄົມມະນາຄົມຂົນສົ່ງ ສສ ຫວຽດນາມ, ທິດທາງຂອງຂະບວນການໂອນຮຸ້ນ ແລະ ການບໍລິຫານທ່າເຮືອຫວຸ້ງອ່າງ, ການຊຸກຍູ້ໂຄງການທາງລົດໄຟວຽງຈັນ-ທ່າແຂກ-ຫວຸ້ງອ່າງ ແລະ ໂຄງການທາງດ່ວນວຽງຈັນ-ຮ່າໂນ້ຍ, ແຜນຍຸດທະສາດການຮ່ວມມືລະຫວ່າງກະຊວງ ຍທຂ ແລະ ກະຊວງຄົມ ມະນາຄົມຂົນສົ່ງ ແຕ່ປີ 2026-2030, ການປັບປຸງສັນຍາການຂົນສົ່ງທາງບົກ, ແຜນການຮ່ວມມືດ້ານການບິນ ແລະ ການຂົນສົ່ງທາງອາກາດ ແລະ ການຮ່ວມມື ເພື່ອພັດທະນາຍົກລະດັບບຸກຄາລະກອນດ້ານການຂົນສົ່ງ, ການບໍລິຫານທ່າເຮືອ, ການຂົນສົ່ງທາງທະເລ ແລະ ອື່ນໆ.
ການຢ້ຽມຢາມຄັ້ງນີ້, ທ່ານ ຫງວຽນ ຊວັນ ຊາງ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງທ່ານງາມປະສົງ ເມືອງມະນີ ແລະ ພ້ອມທີ່ຈະໃຫ້ການສະໜັບສະໜູນດ້ານປະສົບການ ແລະ ບົດຮຽນຕ່າງໆ ໃນການສະໝັກເປັນສະມາຊິກຂອງອົງການຂົນສົ່ງທາງລະເລສາກົນ ແລະ ສະມາ ຄົມທ່າເຮືອໃນອາຊຽນ. ພ້ອມກັນນີ້, ສອງຝ່າຍໄດ້ເປັນເອກະພາບ ແລະ ເຊື່ອໝັ້ນວ່າ ພາຍໃຕ້ທິດຊີ້ນໍາຂອງສອງພັກ, ສອງລັດຖະບານ ແລະ ສອງກະຊວງ ຈະສາມາດບັນລຸແຜນງານການຮ່ວມມືທີ່ວາງໄວ້ ແລະ ປະສົບຜົນສໍາເລັດໃນການພັດທະນາ ໂດຍສະເພາະການພັດທະນາວຽກງານຄົມມະນາຄົມຂົນສົ່ງໃຫ້ມີຜົນສໍາເລັດທີ່ດີ ແລະ ມີປະສິດທິຜົນສູງຂຶ້ນເລື້ອຍໆ.
ຂ່າວ-ພາບ: ກະຊວງ ຍທຂ

