ກະຊວງການເງິນ ສະຫລຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານຂະແໜງພາສີ ທົ່ວປະເທດ ປີ2024, 11 ເດືອນ 2024 ຈັດເກັບໄດ້ 16,183 ຕື້ກີບ

ວັນທີ 17 ທັນວາ 2024 ກົມພາສີ ກະຊວງການເງິນ ໄດ້ຈັດກອງປະຊຸມສະຫລຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ຂອງຂະແໜງພາສີ ທົ່ວປະເທດ ປີ2024, ທິດທາງແຜນການ ແລະ ມາດຕະການ ປີ 2025 ໂດຍການເປັນປະທານຂ ຂອງ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ, ມີ ທ່ານ ພູເຂົາຄໍາ ວັນນະວົງໄຊ ຫົວໜ້າກົມພາສີ ກະຊວງການເງິນ, ມີຄະນະກົມ, ຕາງໜ້າບັນດາກົມອ້ອມຂ້າງກະຊວງ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຫົວໜ້າພາສີປະຈໍາແຂວງ, ນະຄອນຫລວງວຽງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ພູເຂົາຄໍາ ວັນນະວົງໄຊ ຫົວໜ້າກົມພາສີ ກະຊວງການເງິນ ໄດ້ຜ່ານບົດສະຫລຸບຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ຂອງກົມພາສີ ປະຈໍາປີ 2024, ກໍານົດທິດທາງແຜນການ ແລະ ມາດຕະການ ປີ 2025 ຕໍ່ກອງປະຊຸມ ໂດຍໄດ້ຍົກໃຫ້ເຫັນສະພາບການຈັດຕັ້ງປະຕິບັດວຽກງານ ໃນສົກປີ 2024 ທີ່ຄະນະນໍາກົມ ພາສີແຕ່ລະຂັ້ນ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ, ບວກໃສ່ຄວາມຫ້າວຫັນບຸກບຶນຂອງອ້າຍນ້ອງພະນັກງານພາສີທຸກຄົນ ໃນປີ 2024 ເຮັດໃຫ້ກົມພາສີສາມາດບັນລຸຜົນສໍາເລັດຫລາຍດ້ານ ເປັນຕົ້ນແມ່ນການຈັດເກັບລາຍຮັບເຂົ້າງົບປະມານ ເຫັນວ່າໄດ້ລຶ່ນແຜນການທີ່ກໍານົດໄວ້. ລວມທັງດ້ານແນວຄິດການເມືອງ, ການຈັດຕັ້ງວຽກງານວິຊາສະເພາະ ເຊິ່ງການເຄື່ອນໄຫວວຽກງານວິຊາສະເພາະ ໃນໜຶ່ງປີຜ່ານມາກົມພາສີໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາບັນດາພະແນກການຂອງກົມ, ພາສີປະຈໍາແຂວງ, ນະຄອນຫລວງ, ດ່ານພາສີຊາຍແດນ ແລະ ການຈັດຕັ້ງອຶ່ນຂອງພາສີ ເຄື່ອນໄຫວຕາມພາລະບົດບາດຂອງຕົນດ້ວຍຄວາມຮັບຜິດຊອບ ເປັນຕົ້ນ: ວຽກງານຄົ້ນຄວ້າ ແລະ ປັບປຸງນິຕິກໍາ, ວຽກງານພັດທະນາຊັບພະຍາກອນມະນຸດ, ວຽກງານກວດສອບຄືນການແຈ້ງພາສີ, ວຽກງານສືບສວນ-ສອບສວນ ແລະ ປາບປາມການຄ້າຂາຍເຖື່ອນ, ວຽກງານບໍລິຫານຄວາມສ່ຽງ, ວຽກງານກວດກາພາຍໃນ, ວຽການຮ່ວມມືສາກົນ, ວຽກງານຈັດເກັບລາຍຮັບ ແລະ ວຽກງນອຶ່ນໆ.
ພ້ອມນັ້ນ, ທ່ານຍັງໃຫ້ເຫັນໄດ້ ໃນສົກປີ 2024 ກົມພາສີ ໄດ້ຮັບແຜນການຈັດເກັບລາຍຮັບ ຈໍານວນ 14,000 ຕື້ກີບ, ຜ່ານການຈັດຕັ້ງປະຕິບັດ 11 ເດືອນ ສາມາດຈັດເກັບໄດ້ 16,183 ຕື້ກີບ ເທົ່າກັບ 115.59% ຂອງແຜນການປີ, ສົມທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂື້ນ 37.28% ເທົ່າກັບ 4,395 ຕື້ກີບ. ຄາດຄະເນໝົດປີຈະໄດປະມານ 17,654 ຕື້ກີບ ເທົ່າກັບ 126% ຂອງແຜນການປີ.

ໂອກາດດັ່ງກ່າວ ຍັງໄດ້ຮັບຟັງການໂອ້ລົມຂອງ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງການເງິນ ໂດຍທ່ານສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ເຊິ່ງເປັນຜົນງານອັນພົ້ນເດັ່ນ, ທັງໃຫ້ສືບຕໍ່ປະຕິບັດວຽກງານດ້ວຍຄວາມຮັບຜິດຊອບສູງ, ໃຫ້ມີການກໍານົດວຽກຈຸມສຸມເປັນອັນລະອຽດ ເພີ່ມທະວີການອັບຊ່ອງຫວ່າງການຮົ່ວໄຫລຂອງລາຍຮັບງົບປະມານ, ມີການປະສານສົມທົບກັບບັນດາຂະແໜງການໃຫ້ກົມກຽວ ເພື່ອແລກປ່ຽນຂໍ້ມູນຂ່າວສານ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດ, ສືບຕໍ່ຊີ້ນນໍາ-ນໍາພາ ວຽກງານການເມືອງແນວຄິດ ໃຫ້ທົ່ວເຖິງ ສ້າງສະຕິ, ສ້າງຄວາມເຂັ້ມແຂງພາຍໃນຂະແໜງພາສີ, ສ້າງໃຫ້ຂະແໜງມີຄວາມປອດໃສຂາວສະອາດ, ສືບຕໍ່ປະຕິບັດໜ້າທີ່ ທີ່ໄດ້ຮັບມອບໝາຍໃຫ້ມີໃບໜ້າອັນໃໝ່ ໂດຍປ່ຽນແປງທາງດ້ານຈິນຕະນາການ ພຶດຕິກໍາຕົວຈິງ ສູ່ວຽກງານອັນໃໝ່ທີ່ກ້າວໜ້າ ສ້າງໃຫ້ມີຜົນສໍາເລັດເປັນກ້າວໆ.

ທີ່ມາ: ກະຊວງການເງິນ

