ສະຕຣາບັກ ຍອມເພີ່ມມື້ພັກເກີດລູກ ແລະ ໄດ້ເງິນເດືອນເຕັມຈໍານວນ

       CEO ຄົນໃໝ່ຂອງສະຕຣາບັກ ປະກາດເພີ່ມມື້ພັກເກີດລູກຂອງພະນັກງານປະຈໍາສາຂາຢູ່ອາເມລິກາເປັນສອງເທົ່າຈາກມື້ພັກເກົ່າ ໂດຍຍັງໄດ້ຮັບຄ່າຈ້າງເຕັມຈໍານວນ.

       ທ່ານ ໄບຣອັນ ນິໂຄລ CEO ຄົນໃໝ່ຂອງບໍລິສັດເຈົ້າຂອງແຟຣນໄຊຮ້ານກາເຟລະດັບໂລກ ສະຕຣາບັກ ປະກາດນະໂຍບາຍໃໝ່ໃນວັນທີ 16 ທັນວາວ່າ: ຕໍ່ຈາກນີ້ໄປ ພະນັກງານປະຈໍາສາຂາຢູ່ອາເມລິກາທີ່ເປັນຜູ້ໃຫ້ກໍາເນີດລູກຈະໄດ້ຮັບມື້ລາພັກຮ້ອນສູງສຸດ 18 ອາທິດ ໂດຍໄດ້ຮັບເງິນເດືອນເຕັມຈໍານວນ ແລະ ພໍ່ແມ່ທີ່ບໍ່ໄດ້ເປັນຜູ້ໃຫ້ກໍາເນີດລູກ ລວມທັງຜູ້ທີ່ຮັບລູກບຸນທໍາ ຈະໄດ້ຮັບມື້ລາພັກເພື່ອກໍລະນີນີ້ຈໍານວນ 12 ອາທິດ ໂດຍໄດ້ຮັບເງິນເດືອນເຕັມຈໍານວນ.

       ບໍລິສັດລະບຸວ່າ: ນະໂຍບາຍໃໝ່ນີ້ຈະເພີ່ມຈໍານວນມື້ລາພັກຮ້ອນສໍາລັບພະນັກງານຂອງບໍລິສັດໃນອາເມລິກາເປັນສອງເທົ່າຈາກຈໍານວນມື້ພັກເກົ່າ ເຊິ່ງຈະເລີ່ມມີຜົນບັງຄັບໃຊ້ແຕ່ເດືອນມີນາ 2025.

       ບໍລິສັດລະບຸໃນຖະແຫລງການວ່າ: “ບໍ່ມີຮ້ານຄ້າຍ່ອຍແຫ່ງໃດໃຫ້ສິດທິປະໂຫຍດມື້ພັກສໍາລັບພໍ່ແມ່ມືໃໝ່ໄດ້ດີໄປກວ່ານີ້ອີກແລ້ວ. ສິດທິປະໂຫຍດຂອງເຮົານັ້ນ ດີທີ່ສຸດຢູ່ແລ້ວໃນກຸ່ມຮ້ານຄ້າຍ່ອຍ, ແຕ່ຫລັງຈາກທີ່ໄດ້ຍິນຈາກຜູ້ຮ່ວມງານບາງຄົນທີ່ແບ່ງປັນຄວາມເຫັນກ່ຽວກັບສິດລາພັກໃນຖານະພໍ່ແມ່ມືໃໝ່ວ່າຍັງບໍ່ພຽງພໍ ຂ້າພະເຈົ້າຈຶ່ງທົບທວນຂໍ້ກໍານົດນີ້ ແລະ ຕັດສິນໃຈວ່າຈະປ່ຽນແປງໃໝ່”.

       ຕາມການວິເຄາະຫລ້າສຸດຈາກເວັບໄຊ Great Place to Work ຊີ້ວ່າ: ຈໍານວນສະເລ່ຍຂອງການພັກເກີດລູກສໍາລັບຄົນເປັນແມ່ຢູ່ອາເມລິກາ ຄື 10 ອາທິດ ແລະ ຈໍານວນມື້ພັກເພື່ອເບິ່ງແຍງລູກໂດຍສະເລ່ຍຄື 1 ອາທິດ, ແຕ່ຂຶ້ນກັບສະຖານທີ່ເຮັດວຽກຂອງແຕ່ລະຄົນ.

      ຜົນຈາກການວິເຄາະຂອງເວັບໄຊລະບຸວ່າ: ມີພະນັກງານບໍລິສັດໃນອາເມລິກາພຽງ 27% ເທົ່ານັ້ນ ທີ່ມີສິດລາພັກສໍາລັບແມ່ມືໃໝ່.