ສະເຫຼີມສະຫຼອງ ວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 21 ປີ

ວັນທີ 9 ທັນວາ 2024 ນີ້ ອົງການກວດກາແຫ່ງລັດ ໄດ້ຈັດພິທີສະເຫຼີມສະຫຼອງວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 21 ປີ (9/12/2003-9/12/ 2024) ໂດຍການເປັນປະທານ ຂອງທ່ານ ວິໄລວັນ ບຸດດາຄຳ ກຳມະການສຳຮອງສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ແລະ ພາກສ່ວນກ່ຽວຂ້ອງຕ່າງໆເຂົ້າຮ່ວມກ
ທ່ານ ວິໄລວັນ ບຸດດາຄຳ ຍົກໃຫ້ເຫັນຜົນ ຮ້າຍ ແລະ ຄວາມເປັນອັນຕະລາຍ ຂອງການສໍ້ລາດບັງຫຼວງ ທີ່ເກີດຂຶ້ນໃນກົງຈັກການຈັດຕັ້ງຂອງພັກ-ລັດ, ເປັນໄພອັນຕະລາຍອັນໃຫຍ່ຫຼວງທີ່ສົ່ງຜົນກະທົບ ແລະ ກົດໜ່ວງຖ່ວງດຶງການພັດທະນາເສດຖະ ກິດ-ສັງຄົມຂອງແຕ່ລະປະເທດໃນໂລກ ບໍ່ວ່າຈະແມ່ນປະເທດນ້ອຍ ຫຼື ໃຫຍ່, ທຸກຍາກຫຼື ຮັ່ງມີກໍລ້ວນແຕ່ມີຜົນກະທົບເຊັ່ນດຽວກັນ; ການສໍ້ລາດບັງຫຼວງພວມເປັນໄພຂົ່ມຂູ່ຕໍ່ຄວາມມີສະຖຽນລະພາບຂອງການຈັດຕັ້ງລັດ ແລະ ເອກະຊົນ, ກໍ່ໃຫ້ເກີດມີຄວາມບໍ່ສະຫງົບ, ຄວາມບໍ່ຍຸຕິທໍາໃນສັງຄົມ, ເປັນ ການບັ່ນທອນກໍາລັງແຮງກໍຄືຄວາມເຊື່ອໝັ້ນ ແລະ ຄ່ານິຍົມຂອງສັງຄົມຕໍ່ບັນດາສະຖາບັນການປົກຄອງ ແລະ ການຈັດຕັ້ງຕ່າງໆ, ຍ້ອນເຫັນໄດ້ຜົນຮ້າຍ ແລະ ໄພອັນຕະລາຍຂອງການສໍ້ລາດບັງ ຫຼວງຄືດັ່ງກ່າວຈຶ່ງໄດ້ມີການຄົ້ນຄວ້າສ້າງກໍານົດໝາຍສາກົນ ເພື່ອເປັນບ່ອນອີງໃຫ້ແກ່ການພົວພັນຮ່ວມມືລະຫວ່າງປະເທດນັບທັງຢູ່ໃນຂົງເຂດພາກພື້ນ ແລະ ສາກົນ ເພື່ອພ້ອມກັນສະກັດກັ້ນ ແລະ ຕໍ່ສູ້ຢ່າງມີປະສິດຕິຜົນຕໍ່ການກະທໍາ ຫຼື ພຶດຕິກໍາທີ່ເປັນ ການສໍ້ລາດບັງຫຼວງ. ດັ່ງນັ້ນ, ກອງປະຊຸມໃຫຍ່ ອົງການສະຫະປະ ຊາຊາດປີ 2000 ຈຶ່ງໄດ້ມີມະຕິເລກທີ 55/61, ລົງວັນທີ 4 ທັນວາ 2000 ກໍານົດຄວາມຈໍາເປັນໃນການສ້າງກົດບັດສາກົນໃນການສະກັດກັ້ນແລະ ຕ້ານການສໍ້ລາດບັງຫຼວງ.
ຜົນຂອງການກວດສອບ ສປປ ລາວ ປີ 2024 ໄດ້ດຳເນີນຄະດີການສໍ້ລາດບັງຫຼວງສຳເລັດ 4 ເລື່ອງ, ມີຜົນເສຍຫາຍ 115.08 ຕື້ກີບ, 3.2 ລ້ານບາດ, 25.68 ລ້ານໂດລາສະຫະລັດ, 7.8 ລ້ານຢວນ; ຍັງຄ້າງເກັບກູ້ ຈໍານວ 51,46 ຕື້ກີບ, 3 ລ້ານບາດ, 2,6 ລ້ານຢວນ, 25,67 ລ້ານໂດລາ (ຜົນເສຍຫາຍທີ່ຍັງຄ້າງດັ່ງກ່າວນັ້ນ ແມ່ນຈະໄດ້ເກັບກູ້ຄືນທັງ ໝົດ ພາຍຫຼັງຄຳຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ) ມີເປົ້າໝາຍພົວພັນ 208 ຄົນ, ດໍາເນີນຄະດີ 40 ຄົນ, ກັກຕົວ 39 ຄົນ ໃນນີ້ ຄົນຕ່າງປະເທດ 2 ຄົນ, ແກ້ໄຂບໍລິຫານ 158 ຄົນ, ຍັງອີກ 10 ຄົນມອບໃຫ້ຂັ້ນແຂວງສືບຕໍ່ແກ້ໄຂຕາມພາລະບົດບາດ.
ສູນກາງພັກ, ສະພາແຫ່ງຊາດ ແລະ ລັດຖະບານແຫ່ງ ສປປລາວ ຈຶ່ງຖືສໍາຄັນ ແລະ ເອົາໃຈໃສ່ຕໍ່ການສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງ, ຖືເອົາວຽກງານນີ້ເປັນໜ້າທີ່ ແລະ ຄວາມຮັບຜິດຊອບຂອງພັກ-ລັດ ແລະ ການຈັດຕັ້ງທຸກຂັ້ນ ໄດ້ສຸມໃສ່ເຄື່ອນໄຫວວຽກງານກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ. ໃນນັ້ນ, ໄດ້ວາງນະໂຍບາຍ, ມະຕິ, ຄໍາສັ່ງ ແລະ ນິຕິກຳຕ່າງໆ ຫຼາຍສະບັບ ກ່ຽວກັບການສະ ກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ; ໄດ້ເອົາໃຈໃສ່ສຶກສາອົບ ຮົມປູກຈິດສຳນຶກໃຫ້ແກ່ພະນັກງານ-ລັດຖະກອນ, ທະຫານ,ຕໍາຫຼວດ,ນັກຮຽນ-ນັກສຶກສາ, ປັນຍາຊົນ ແລະ ປະຊາຊົນ ທຸກຊັ້ນຄົນຕ່າງໆ ດ້ວຍຫຼາຍຮູບການ ເພື່ອໃຫ້ຮັບຮູ້-ເຂົ້າ ໃຈຢ່າງເລິກເຊິ່ງຕໍ່ຜົນຮ້າຍ ແລະ ໄພອັນຕະລາຍຮ້າຍແຮງຂອງການສໍ້ລາດບັງ ຫຼວງ; ມີສະຕິເຄົາລົບລະບຽບກົດໝາຍ, ເປັນເຈົ້າການເຂົ້າຮ່ວມການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງຢ່າງກວ້າງຂວາງ.
ທີ່ມາ: Lao National Radio

