ກອງທັບຊິມບຳເວປະຕິເສດ ລົ້ມອຳນາດທ່ານ ມູກາເບ
ນາຍທະຫານຊິມບຳເລອ່ານຖະແຫລງການສົດທາງໂທລະພາບໃນວັນທີ 15 ພະຈິກນີ້ ຢືນຢັນບໍ່ໄດ້ລັດຖະປະຫານຍຶດອຳນາດລັດ ຖະບານປະທານາທິບໍດີ ໂຣເບີດ ມູກາເບ, ແຕ່ຍົກກຳລັງອອກມາຈັບກຸມກຸ່ມອາຊະຍາກຳ.

ນາຍທະຫານຊິມບຳເລອ່ານຖະແຫລງການວ່າ: ກອງທັບຂໍຢືນຢັນ ແລະ ໃຫ້ການຮັບຮອງຕໍ່ປະຊາຊົນວ່າ ປະທານາທິບໍດີ ແລະ ຄອບຄົວປອດໄພ, ກອງທັບບໍ່ໄດ້ລັດຖະປະຫານຍຶດອຳນາດລັດຖະບານ, ແຕ່ຕ້ອງການຈັບກຸມອາດຊະຍາກຳ ແລະ ກຳລັງກໍ່ອາຊະ ຍາກຳຢູ່ ຫວັງວ່າສະຖານະການຈະກັບເຂົ້າສູ່ສະພາບປົກກະຕິເມື່ອພາລະກິດສຳເລັດ.
https://twitter.com/dewamavhinga/status/930620703736516609
ຜູ້ເຫັນເຫດການເປີດເຜີຍຕໍ່ສຳນັກຂ່າວ AFP ວ່າ: ໄດ້ຍິນສຽງປືນດັງຂຶ້ນຢ່າງຕໍ່ເນື່ອງໃກ້ເຮືອນພັກປະທານາທິບໍດີ ເຂດບໍໂຣ ເດລ ນອກນະຄອນຫລວງທາຣາເຣທາງຕອນເໜືອ ໃນຕອນເຊົ້າວັນທີ 15 ພະຈິກນີ້. ຂະນະທີ່ສື່ລາຍງານວ່າ: ເຫັນລົດຫຸ້ມເກາະ ແລ່ນຕາມຖະໜົນໃກ້ນະຄອນຫລວງທາຣາເຣໃນວັນທີ 14 ພະຈິກ. ສະຖານະການລະຫວ່າງລັດຖະບານປະທານາທິບໍດີ ມູກາເບ ແລະ ກອງທັບທະວີຄວາມເຄັ່ງຕຶງ, ພາຍຫລັງພັກຂອງປະທານາທິບໍດີກ່າວຫາຜູ້ບັນຊາການທະຫານສູງສຸດວ່າ: ມີພຶດຕິກຳເປັນ ກະບົດກໍລະນີກ່າວວ່າກອງທັບອາດເຂົ້າແຊກແຊງການເມືອງ, ພາຍຫລັງປະທານາທິບໍດີ ອາຍຸ 93 ປີ ທີ່ປົກຄອງປະເທດມາ ແຕ່ໄດ້ຮັບເອກະລາດຈາກອັງກິດໃນປີ 1980 ສັ່ງປົດຮອງປະທານາທິບໍດີກະທັນຫັນໃນອາທິດກ່ອນ ເນື່ອງຈາກປ່ຽນໄປສະໜັບ ສະໜູນທ່ານນາງ ເກຣ ມູກາເບ ແມ່ຍິງໝາຍເລກໜຶ່ງອາຍຸ 52 ປີ ໃຫ້ເປັນຜູ້ນຳປະເທດຄົນຕໍ່ໄປ.
Due to ongoing uncertainty in Zimbabwe, the U.S. Embassy in Harare will be minimally staffed and closed to the public on November 15. Embassy personnel will continue to monitor the situation closely. @StateDept
— U.S. Embassy Zimbabwe (@USEmbZim) November 15, 2017
ທາງດ້ານກະຊວງການຕ່າງປະເທດອາເມລິກາອອກຖະແຫລງການຮຽກຮ້ອງໃຫ້ຄູ່ກໍລະນີທຸກຝ່າຍຢູ່ຊິມບຳເວເຈລະຈາຮ່ວມ ກັນ ເພື່ອຫລຸດຜ່ອນຄວາມຂັດແຍ່ງ ແລະ ຫລີກເວັ້ນການໃຊ້ຄວາມຮຸນແຮງທຸກຮູບແບບ. ຂະນະທີ່ສະຖານເອກອັກຄະລັດຖະ ທູດຢູ່ນະຄອນຫລວງຮາຣາເຣອອກຖະແຫລງການເຕືອນໃຫ້ພົນລະເມືອງອາເມລິກາຫລີກເວັ້ນການອອກນອກເຄຫາສະຖານ ແລະ ສະຖານເອກອັກຄະລັດຖະທູດຈະປິດໃຫ້ບໍລິການ “ຢ່າງໜ້ອຍ 1 ວັນ” ຄືໃນວັນທີ 15 ພະຈິກ ໂດຍມີການລະບຸເຖິງ “ຄວາມບໍ່ ແນ່ນອນ” ຂອງສະຖານະການທາງການເມືອງຢູ່ຊິມບຳເວ.

