ປະທານປະເທດ ບຸນຍັງ ວໍລະຈິດ ສຳເລັດການເຂົ້າຮ່ວມກອງປະຊຸມເວທີສົນທະນາແບບບໍ່ເປັນທາງການ ຜູ້ນຳເສດຖະກິດ (ອາເປັກ-ອາຊຽນ)

ໃນວັນທີ 10 ພະຈິກນີ້, ພະນະທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ, ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງໄປນະຄອນດານັງ ສສ. ຫວຽດນາມ, ເພື່ອເຂົ້າຮ່ວມກອງປະຊຸມເວທີສົນທະນາແບບບໍ່ເປັນທາງການລະຫວ່າງຜູ້ນໍາເສດຖະກິດຂອບການຮ່ວມມືດ້ານເສດຖະກິດຂອງພາກພື້ນອາຊີ-ປາຊີຟິກ ຫລື ອາເປັກ ແລະ ຜູ້ນຳອາຊຽນພາຍໃຕ້ຫົວຂໍ້: “ການເປັນຄູ່ຮ່ວມເພື່ອສ້າງຄວາມເຂັ້ມແຂງໃໝ່ໃຫ້ແກ່ການເຊື່ອມຈອດ ແລະ ການເຊື່ອມໂຍງອາຊີ-ປາຊີຟິກແບບຮອບດ້ານ” (Partnering for New Dynamism for a Comprehensively Connected and Integrated Asia-Pacific), ຊຶ່ງຈັດຂຶ້ນໃນວັນທີ 10-11 ພະຈິກ 2017, ທີ່ນະຄອນດານັງ ສສ. ຫວຽດນາມ.
ກອງປະຊຸມດັ່ງກ່າວ, ເປັນເວທີປຶກສາຫາລືແລກປ່ຽນຄວາມຄິດເຫັນກ່ຽວກັບ ການສົ່ງເສີມການເຊື່ອມໂຍງ ແລະ ພັດທະນາເສດຖະກິດ, ການຄ້າ ແລະ ການລົງທຶນ, ການຮ່ວມມືດ້ານການເຊື່ອມຈອດໃນພາກພື້ນອາຊີ-ປາຊີຟິກ ແລະ ການສ້າງຄວາມເຂັ້ມແຂງໃຫ້ໂຄງສ້າງເສດຖະກິດຂອງພາກພື້ນໃຫ້ມີຄວາມຍືນຍົງ, ໂປ່ງໃສ ແລະ ສາມາດປັບໂຕໄດ້ຢ່າງຄ່ອງແຄ້ວ ເພື່ອຮັບປະກັນໃຫ້ມີການປັບປຸງສາຍພົວພັນ ແລະ ການຮ່ວມມືຫລາຍລະດັບຢູ່ໃນພາກພື້ນ, ໂດຍມີຜູ້ນຳຈາກສະມາຊິກອາເປັກເຂົ້າຮ່ວມທັງໝົດ 21 ເຂດເສດຖະກິດ, ສປປ ລາວ, ກຳປູເຈຍ ແລະ ມຽນມາເຂົ້າຮ່ວມເພື່ອເພີ່ມທະວີການຮ່ວມມືລະຫວ່າງປະເທດສະມາຊິກອາເປັກ ແລະ ອາຊຽນ.
ໃນໂອກາດເຂົ້າຮ່ວມກອງປະຊຸມດັ່ງກ່າວ, ພະນະທ່ານປະທານປະເທດ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຂອບໃຈພະນະທ່ານປະທານກອງປະຊຸມ ເຈິນ ດ້າຍ ກວາງ ປະທານປະເທດແຫ່ງ ສສ.ຫວຽດນາມ, ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ການເຊື້ອເຊີນ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາເປັກຄັ້ງນີ້ໃນຖານະແຂກຂອງປະເທດເຈົ້າພາບ, ຊຶ່ງເປັນການເປີດໂອກາດໄດ້ແລກປ່ຽນຄວາມຄິດເຫັນກັບບັນດາສະມາຊິກອາເປັກກ່ຽວກັບການຮ່ວມມືໃນຍຸກແຫ່ງການເຊື່ອມໂຍງ ແລະ ເຊື່ອມຈອດພາກພື້ນ ແລະ ສາກົນ, ພ້ອມທັງຖືໂອກາດນີ້ຮ່ວມກັບບັນດາຜູ້ນຳອື່ນສະແດງຄວາມເຫັນອົກເຫັນໃຈຕໍ່ລັດຖະບານ ແລະ ປະຊາຊົນຫວຽດນາມທີ່ໄດ້ຮັບຜົນກະທົບອັນໜັກໜ່ວງຈາກລົມພາຍຸດຳຣິຫວ່າງບໍ່ດົນມານີ້.
ພະນະທ່ານ ບຸນຍັງ ວໍລະຈິດ ຍັງໄດ້ປະກອບຄຳເຫັນໃນກອງປະຊຸມທີ່ມີຫົວຂໍ້ວ່າ: “ການເປັນຄູ່ຮ່ວມ ເພື່ອສ້າງຄວາມເຂັ້ມແຂງໃໝ່ໃຫ້ແກ່ການເຊື່ອມຈອດ ແລະ ການເຊື່ອມໂຍງອາຊີ-ປາຊີຟິກແບບຮອບດ້ານ”. ໃນກອງປະຊຸມນີ້, ທ່ານປະທານປະເທດ ສປປ ລາວ ໄດ້ກ່າວເຖິງຈຸດຢືນອັນຈະແຈ້ງວ່າ: ໃນຍຸກສະໄໝປັດຈຸບັນ, ການເຊື່ອມຈອດ ແລະ ເຊື່ອມໂຍງໃນພາກພື້ນ ແລະ ສາກົນ ແມ່ນສິ່ງທີ່ຈຳເປັນສຳລັບທຸກປະເທດໃນໂລກບໍ່ວ່າໃຫຍ່ ຫລື ນ້ອຍ, ທຸກ ຫລື ຮັ່ງມີ. ໃນຖານະທີ່ເປັນສະມາຊິກອາຊຽນ, ສປປ ລາວ ສະໜັບສະໜູນ ແລະ ເຂົ້າຮ່ວມຢ່າງເຕັມປ່ຽມປະຕິບັດແຜນແມ່ບົດວ່າດ້ວຍການເຊື່ອມຈອດອາຊຽນ ແຕ່ນີ້ຫາປີ 2025, ຊຶ່ງມີຈຸດປະສົງແນໃສ່ສ້າງຄວາມເຂັ້ມແຂງໃຫ້ປະຊາຄົມອາຊຽນ ບົນພື້ນຖານປະຕິບັດການເຊື່ອມໂຍງ ແລະ ເຊື່ອມຈອດຢ່າງມີປະສິດທິພາບຢູ່ພາຍໃນອາຊຽນ ແລະ ລະຫວ່າງອາຊຽນກັບພາກພື້ນອື່ນ ເພື່ອນຳຜົນປະໂຫຍດຕົວຈິງມາສູ່ທຸກປະເທດ, ຊຶ່ງສອດຄ່ອງກັບແຜນງານການເຊື່ອມຈອດອາເປັກ 2015-2025.
ເພື່ອເຮັດໃຫ້ການເຊື່ອມໂຍງພາຍໃນອາຊຽນປາກົດຜົນເປັນຈິງ ແລະ ຮັບປະກັນຄວາມເທົ່າທຽມກັນລະຫວ່າງປະເທດອາຊຽນດ້ວຍກັນ, ໃນໄລຍະຜ່ານມາ ບັນດາສະມາຊິກອາຊຽນ ໄດ້ມີຂໍ້ລິເລີ່ມວ່າດ້ວຍການເຊື່ອມໂຍງອາຊຽນ ເພື່ອຊ່ວຍເຫລືອປະເທດສະມາຊິກໃໝ່, ລວມທັງ ສປປ ລາວ, ຊຶ່ງແນໃສ່ຫລຸດຜ່ອນຄວາມແຕກໂຕນຂອງລະດັບການພັດທະນາເສດຖະກິດ ແລະ ເພີ່ມທະວີຄວາມສາມາດໃນການເຊື່ອມໂຍງເສດຖະກິດຢູ່ພາຍໃນອາຊຽນ ແລະ ກັບພາກພື້ນອື່ນໆຂອງໂລກໄດ້. ພະນະທ່ານປະທານປະເທດ ຍັງໄດ້ສະແດງຄວາມຫວັງວ່າ ອາເປັກ ຈະພິຈາລະນາໃຫ້ການສະໜັບສະໜູນຄວາມພະຍາຍາມໃນຈຸດນີ້ຂອງອາຊຽນ.
ທ່ານປະທານປະເທດລາວ ກ່າວວ່າ: ສຳລັບ ສປປ ລາວ ຊຶ່ງເປັນປະເທດທີ່ອ້ອມຮອບດ້ວຍ 5 ປະເທດໃກ້ຄຽງນັ້ນ ໄດ້ຖືເອົາການເຊື່ອມຈອດເປັນບູລິມະສິດໜຶ່ງໃນການພັດທະນາປະເທດຂອງຕົນ. ລັດຖະບານລາວໄດ້ດຳເນີນນະໂຍບາຍ ຫັນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລໄປເປັນປະເທດເຊື່ອມຈອດ ໂດຍສຸມໃສ່ພັດທະນາລະບົບພື້ນຖານໂຄງລ່າງ ເພື່ອເຊື່ອມຈອດພາຍໃນປະເທດໃຫ້ທົ່ວເຖິງ ແລະ ລະຫວ່າງ ສປປ ລາວ ກັບປະເທດເພື່ອນບ້ານ ເຊັ່ນ: ສ້າງ ແລະ ປັບປຸງຖະໜົນຫົນທາງ, ຂະຫຍາຍສາຍການບິນ, ພັດທະນາການເດີນເຮືອຕາມລຳແມ່ນໍ້າຂອງ, ເລີ່ມກໍ່ສ້າງເສັ້ນທາງລົດໄຟ ເພື່ອເຊື່ອມຈອດກັບເສັ້ນ
ທາງລົດໄຟປະເທດເພື່ອນບ້ານ, ພ້ອມທັງມີການສຶກສາຂະຫຍາຍຕາໜ່າງເສັ້ນທາງລົດໄຟໃຫ້ກວ້າງຂວາງຂຶ້ນກວ່າເກົ່າ. ດ້ວຍເປົ້າໝາຍອັນຈະແຈ້ງດັ່ງກ່າວ, ສປປ ລາວ ຈຶ່ງສະໜັບສະໜູນຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ສະເໜີໂດຍ ສປຈີນ ເພາະເຫັນວ່າຂໍ້ລິເລີ່ມດັ່ງກ່າວຈະປະກອບສ່ວນອຳນວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ຂອງປະຊາຊົນ ກໍຄືການສົ່ງເສີມເປີດກວ້າງການຄ້າ, ການລົງທຶນ, ການທ່ອງທ່ຽວ ກໍຄືການເຊື່ອມໂຍງ ແລະ ການເຊື່ອມຈອດ ຂອງອາຊຽນ ແລະ ພາກພື້ນອື່ນຂອງໂລກ.
ໃນຕອນທ້າຍ, ພະນະທ່ານ ບຸນຍັງ ວໍລະຈິດ ຍັງຖືໂອກາດດັ່ງກ່າວ, ສະແດງຄວາມຂອບໃຈມາຍັງປະເທດສະມາຊິກອາຊຽນ ແລະ ເຂດເສດຖະກິດອາເປັກ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອຄວາມພະຍາຍາມຂອງ ສປປ ລາວ ໃນການດຳເນີນນະໂຍບາຍໃຫ້ເປັນປະເທດເຊື່ອມຈອດ ແລະ ເຊື່ອມໂຍງເສດຖະກິດກັບພາກພື້ນ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າການຮັດແໜ້ນການຮ່ວມມືລະຫວ່າງສະມາຊິກອາເປັກກັບບັນດາປະເທດອາຊຽນຈະເປັນການສ້າງຄວາມເຂັ້ມແຂງໃໝ່ໃຫ້ແກ່ການເຊື່ອມຈອດ ແລະ ການເຊື່ອມໂຍງອາຊີ-ປາຊີຟິກແບບຮອບດ້ານ, ຊຶ່ງຈະນໍາໄປສູ່ການພັດທະນາແບບຍືນຍົງໃຫ້ແກ່ອາຊຽນ ແລະ ອາເປັກ.
ໃນຕອນຄ່ຳຂອງວັນດຽວກັນ, ພະນະທ່ານ ບຸນຍັງ ວໍລະຈິດ ພ້ອມດ້ວຍຄະນະຍັງໄດ້ເຂົ້າຮ່ວມງານລ້ຽງອາຫານຄໍ່າ, ຊຶ່ງຈັດໂດຍພະນະທ່ານ ເຈິນ ດ້າຍ ກວາງ ປະທານປະເທດແຫ່ງ ສສ.ຫວຽດນາມ, ເພື່ອຕ້ອນຮັບບັນດາຜູ້ນຳອາເປັກ ແລະ ຜູ້ນຳອາຊຽນ, ທີ່ໂຮງແຮມເຊເຣຕອນ, ນະຄອນດານັງ ສສ. ຫວຽດນາມ.

