ແຮັດໂບລາກ່າວວ່າ: ອິດສະລາແອນຢູ່ເບື້ອງຫລັງເພຈເຈີລະເບີດຄັ້ງໃຫຍ່ຢູ່ລີບັງ

     ມີຜູ້ເສຍຊີວິດຢ່າງໜ້ອຍ 8 ຄົນ ແລະ ໄດ້ຮັບບາດເຈັບອີກເກືອບ 3,000 ຄົນ ຈາກເຫດການເພຈເຈີຫລາຍຮ້ອຍເຄື່ອງ ເຊິ່ງເປັນອຸປະກອນສື່ສານຂອງກຸ່ມແຮັດໂບລາ ລະເບີດໃນເວລາໄລ່ລຽງກັນຢູ່ລີບັງ.

     ວັນທີ 18 ກັນຍາ, ກະຊວງສາທາລະນະສຸກລີບັງລາຍງານວ່າ: ມີຜູ້ເສຍຊີວິດຢ່າງໜ້ອຍ 9 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບອີກ 2,800 ກວ່າຄົນ ໃນຈໍານວນນີ້ປະມານ 200 ຄົນ ມີອາການສາຫັດ ລວມທັງເອກອັກຄະລັດຖະທູດອີຣານປະຈໍາລີບັງ ຈາກເຫດການເພຈເຈີຫລາຍຮ້ອຍເຄື່ອງລະເບີດໃນເວລາໄລ່ລຽງກັນ ໃນວັນທີ 17 ກັນຍາຜ່ານມາ.

     ທັງນີ້, ມີລາຍງານເພຈເຈີລະເບີດທົ່ວປະເທດ ແຕ່ພື້ນທີ່ທີ່ໄດ້ຮັບຜົນກະທົບໜັກສຸດຢູ່ທາງພາກໃຕ້ຂອງລີບັງ ເຊິ່ງເປັນຖານທີ່ໝັ້ນຂອງກຸ່ມແຮັດໂບລາ ໂດຍກຸ່ມແຮັດໂບລາອອກຖະແຫລງການກ່ຽວກັບເຫດການທີ່ເກີດຂຶ້ນວ່າ: ເພຈເຈີເຫລົ່ານັ້ນເປັນຂອງສະມາຊິກແທ້ ທີ່ໃຊ້ຕິດຕໍ່ສື່ສານກັນ ເພື່ອຫລີກລ່ຽງການແກະຮອຍຂອງອິດສະລາແອນ. ພ້ອມຢືນຢັນວ່າ: ມີສະມາຊິກຂອງກຸ່ມແຮັດໂບລາເສຍຊີວິດຢ່າງໜ້ອຍ 8 ຄົນ ແລະ ກຸ່ມແຮັດໂບລາຈະຕອບໂຕ້ອິດສະລາແອນຢ່າງສາສົມ ເນື່ອງຈາກເຫດການຄັ້ງນີ້ມີແຕ່ຈະຍິ່ງເຮັດໃຫ້ສົງຄາມລຸກລາມຂະຫຍາຍວົງກວ້າງ.

     ສ່ວນລັດຖະບານ ແລະ ກອງທັບອິດສະລາແອນຍັງບໍ່ມີຄວາມເຫັນຢ່າງເປັນທາງການ. ຂະນະທີ່ອາເມລິກາຢືນຢັນວ່າ: ບໍ່ມີສ່ວນກ່ຽວຂ້ອງໃນທາງໃດກໍຕາມ ແລະ ເຕືອນອີຣານຢ່າກະຕຸ້ນຄວາມຮຸນແຮງໃນພາກພື້ນ ພາຍຫລັງທ່ານ ອັບບາສ ອາຣັກຊີ ລັດຖະມົນຕີກະຊວງການຕ່າງປະເທດອີຣານ ປະນາມການກໍ່ການຮ້າຍຂອງອິດສະລາແອນຢູ່ລີບັງ.

     ເຖິງຢ່າງໃດກໍຕາມ, ກ່ອນໜ້ານັ້ນພຽງບໍ່ເທົ່າໃດຊົ່ວໂມງ ນາຍົກລັດຖະມົນຕີ ເບັນຈາມິນ ເນທັນຢາຮູ ຜູ້ນໍາອິດສະລາແອນ ກ່າວວ່າ: ຄະນະລັດຖະມົນຕີຄວາມໝັ້ນຄົງທາງການເມືອງມີມະຕິຂະຫຍາຍເປົ້າໝາຍສົງຄາມວ່າ: ນອກເໜືອຈາກການກວາດລ້າງກຸ່ມຮາມັດໃນເຂດກາຊາ ຊາຍແດນທາງເໜືອຂອງອິດສະລາແອນທີ່ຕິດກັບລີບັງຕ້ອງປອດໄພເຊັ່ນກັນ ເພື່ອໃຫ້ປະຊາຊົນທີ່ອົບພະຍົບອອກໄປກ່ອນໜ້ານັ້ນ ສາມາດກັບເຂົ້າໄປອາໄສໄດ້ຄືເກົ່າ.