ຊີຣີປະກາດເຂົ້າຮ່ວມ ຂໍ້ຕົກລົງຫລຸດໂລກຮ້ອນ

ຊີຣີປະກາດເຂົ້າຮ່ວມໃນຂໍ້ຕົກລົງປາຣີແລ້ວ ເຮັດໃຫ້ອາເມລິກາກາຍເປັນປະເທດດຽວໃນໂລກທີ່ບໍ່ເຂົ້າຮ່ວມຂໍ້ຕົກລົງນີ້, ພາຍຫລັງທ່ານ ໂດນັນ ທຣຳ ປະກາດຖອນຕົວໃນຫລາຍເດືອນກ່ອນ.
ສຳນັກຂ່າວຕ່າງປະເທດລາຍງານວ່າ: ລັດຖະບານຊີຣີປະກາດໃນວັນທີ 7 ພະຈິກວ່າ: ຊີຣີຈະເຂົ້າຮ່ວມຂໍ້ຕົກລົງປາຣີ ຂໍ້ຕົກລົງຫລຸດໂລກຮ້ອນທີ່ບັນດາປະເທດເຫັນພ້ອມເມື່ອ 2 ປີກ່ອນ ຖິ້ມໃຫ້ອາເມລິກາ ພາຍໃນການນຳຂອງປະທານາທິບໍດີ ໂດນັນ ທຣຳ ກາຍເປັນປະເທດດຽວໃນໂລກທີ່ບໍ່ລົງນາມເຂົ້າຮ່ວມໃນຂໍ້ຕົກລົງ ເພື່ອຕໍ່ສູ້ກັບສະພາບໂລກຮ້ອນຄັ້ງປະຫວັດສາດສະບັບນີ້.
ທ່ານ ເອັມ ວາດາ ຄັດມາວີ ຮອງລັດຖະມົນຕີກະຊວງການຈັດການທ້ອງຖິ່ນ ແລະ ສິ່ງແວດລ້ອມ ປະກາດຄວາມຕັ້ງໃຈຂອງປະເທດວ່າຈະໃຫ້ສັດຕະຍາບັນຂໍ້ຕົກລົງດັ່ງກ່າວໃນກອງປະຊຸມສະຫະປະຊາຊາດ ວ່າດ້ວຍການປ່ຽນແປງສະພາບອາກາດ (COP23) ຢູ່ເມືອງບອນ ປະເທດເຢຍລະມັນ.
ທ່ານ ຄັດມາວີ ລະບຸອີກວ່າ: ປະເທດພັດທະນາແລ້ວທັງຫລາຍຄວນປະຕິບັດຕາມກົດໝາຍ ແລະ ຄວາມຮັບຜິດຊອບທາງມະນຸດສະທຳ ໃນຖານະທີ່ເປັນຕົວແທນອັນດັບໜຶ່ງທີ່ສົ່ງເສີມໃຫ້ເກີດການປ່ຽນແປງຂອງສະພາບອາກາດ ໂດຍການສະເໜີການສະໜັບສະໜູນທາງເຕັກນິກ ແລະ ການເງິນແກ່ປະເທດທີ່ກຳລັງພັດທະນາ ເພື່ອຊ່ວຍເຫລືອໃນການຕໍ່ສູ້ກັບສະພາບການປ່ຽນແປງຂອງອາກາດ.

