ລາວ ແລະ ກຳປູເຈຍ ແລກປ່ຽນບົດຮຽນວຽກງານຕິດຕາມກວດກາລັດ ແລະ ສະກັດກັ້ນ ການສໍ້ລາດບັງຫລວງ

ວັນທີ 3 ກັນຍາ 2024, ອົງການກວດກາແຫ່ງລັດ ສປປ ລາວ ແລະ ອົງການຕ້ານການສໍ້ລາດບັງຫລວງ ແຫ່ງ ຣາຊະອານາຈັກ ກຳປູເຈຍ ໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນກ່ຽວກັບວຽກງານຕິດຕາມກວດກາລັດ ແລະ ສະກັດກັ້ນການສໍ້ລາດບັງຫລວງ ຂຶ້ນຢູ່ຫ້ອງປະຊຸມຫ້ອງວ່າການສູນກາງພັກ ນະຄອນຫລວງວຽງຈັນ, ຝ່າຍລາວນຳໂດຍ ທ່ານ ຄຳພັນ ພົມມະທັດ ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫລວງຂັ້ນສູນກາງ, ຝ່າຍກຳປູເຈຍນຳໂດຍ ທ່ານ ດຣ ອອມ ເຢິນຕຽງ, ລັດຖະມົນຕີອາວຸໂສ, ປະທານ ອົງການຕ້ານການສໍ້ລາດບັງຫລວງ ແຫ່ງຣາຊະອານາຈັກ ກຳປູເຈຍ (Kitti Nitti Kosal Pandita Om Yentieng).
ການພົບປະແລກປ່ຽນລະຫວ່າງສອງອົງການໃນຄັ້ງນີ້ບໍ່ສະເພາະແຕ່ເປັນການຜັນຂະຫຍາຍບົດບັນທຶກການຮ່ວມມືສອງຝ່າຍທີ່ໄດ້ເຊັນຮ່ວມກັນ, ແຕ່ຍັງເປັນການປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອຖານບ້ານໃກ້ເຮືອນຄຽງ ທີ່ມີມາແຕ່ດົນນານ. ນອກນີ້ກໍສະເໜີການເຄື່ອນໄຫວວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫລວງ ສປປ ລາວ ເຊິ່ງໄດ້ສຸມໃສ່ດໍາເນີນການຕິດຕາມ ການຄຸ້ມຄອງບໍລິຫານລັດ ແຕ່ລະຂັ້ນເປັນລະບົບ ແລະ ແຂງແຮງສົມຄວນ ເປັນຕົ້ນ: ກວດກາບັນດາໂຄງການລົງທຶນຂອງລັດ ເຊິ່ງເປັນໜຶ່ງໃນບັນຫາໃຫຍ່ທີ່ພາໃຫ້ເກີດຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃນປັດຈຸບັນ; ກວດກາການປະຕິບັດກົດໝາຍ, ລະບຽບການໃນການຄຸ້ມຄອງການຂຸດຄົ້ນຊັບພະຍາກອນ, ການຈັດຊື້ຈັດຈ້າງ ແລະ ການແກ້ໄຂຂໍ້ຂັດແຍ່ງຕ່າງໆ ແລະ ອື່ນໆທີ່ກ່ຽວຂ້ອງອີກຫລາຍຢ່າງ.
ພ້ອມນີ້ ຫົວໜ້າຄະນະທັງສອງຝ່າຍໄດ້ມີຄຳເຫັນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນໂດຍສະເພາະແມ່ນກ່ຽວກັບບັນຫາສິ່ງທ້າທາຍຕ່າງໆຕໍ່ການເຄື່ອນໄຫວວຽກວຽກງານຕິດຕາມກວດກາລັດ ແລະ ສະກັດກັ້ນຕ້ານການສໍ້ລາດບັງຫລວງ, ການໂຄສະນາບິດເບື່ອນຜ່ານສື່ສັງຄົມອອນລາຍ.

