7 ວັນຂອງການຄົບງັນບຸນທາດຫລວງສາມາດສະກັດກັ້ນສິ່ງຫຍໍ້ທໍ້ຫລຸດລົງຫລາຍທຽບກັບປີຜ່ານມາ

ຕາມການເປີດເຜີຍຂອງທ່ານຫົວໜ້າກອງບັນຊາການ ປກສ ນະຄອນຫລວງວຽງຈັນ ພົນຈັດຕະວາ ບຸບຜາ ສີຜົມມາ ໃຫ້ຮູ້ວ່າ: ຕະຫລອດໄລຍະ 7 ວັນຂອງການຄົບງັນບຸນນະມັດສະການພະທາດຫລວງວຽງຈັນ (ແຕ່ວັນທີ 28 ຕຸລາຫາວັນທີ 3 ພະຈິກ) ເຫັນວ່າມີປະກົດການຫຍໍ້ທໍ້ຕ່າງໆເກີດຂຶ້ນໃນບໍລິເວນ ງານບຸນດັ່ງກ່າວທັງໝົດ 32 ເລື່ອງ, ທຽບໃສ່ປີຜ່ານມາເຫັນວ່າຫລຸດລົງຫລາຍສົມຄວນ. ໃນນີ້ລ່ວງກະເປົາມີ 24 ເລື່ອງ, ແຫກກະເປົາ 5 ເລື່ອງ ແລະ ລັກຊັບພົນລະເມືອງ 3 ເລື່ອງ, ມີຜົນເສຍຫາຍຫລາຍກວ່າ 10 ລ້ານກີບ, ເຊິ່ງປາກົດການບໍ່ດີດັ່ງກ່າວນີ້ເກີດຂຶ້ນໃນໄລຍະສາມມື້ສຸດທ້າຍຂອງງານບຸນ, ເນື່ອງຈາກໄດ້ມີມວນຊົນເຂົ້າມາທ່ຽວບຸນດັ່ງກ່າວເປັນຈໍານວນຫລາຍ, ຈຶ່ງເປັນຊ່ອງຫວ່າງໃຫ້ກຸ່ມຄົນບໍ່ດີສາມາດສວຍໂອກາດລົງມືກໍ່ເຫດໄດ້ງ່າຍ, ໂດຍພວກເຂົາເຮັດເປັນຂະບວນການມີປະມານ 3-5 ຄົນ ແລະ ມີການວາງແຜນເລືອກເປົ້າໝາຍກ່ອນລົງມືກໍ່ເຫດແຕ່ລະຄັ້ງ ແລະ ຜູ້ຕ້ອງຫາກໍ່ເຫດທີ່ເຈົ້າໜ້າທີ່ຈັບສາມາດຈັບຕົວມາດໍາເນີນຄະດີໄດ້ຈໍານວນໜຶ່ງນັ້ນ, ສ່ວນໃຫຍ່ແມ່ນເປັນຊາວຕ່າງດ້າວທີ່ມາອອກແຮງງານຢູ່ລາວ.

