ຍີ່ປຸ່ນເຜີຍຈະຂວ້ຳບາດ ສປປ ເກົາຫລີ ເພີ່ມ

ທ່ານ ໂຢຊິຮິເດະ ຊູກະ ຫົວໜ້າເລຂາທິການຄະນະລັດຖະບານຍີ່ປຸ່ນ ເປີດເຜີຍໃນການຖະແຫລງຂ່າວວັນທີ 7 ພະຈິກວ່າ: ຍີ່ປຸ່ນຈະປະກາດມາດຕະການຂວ້ຳບາດເພີ່ມຕື່ມຕໍ່ ສປປ ເກົາຫລີ ເຊິ່ງຍັງເປັນໄພຄຸກຄາມຈາກການດຳເນີນໂຄງການນິວເຄຼຍ ແລະ ລູກສອນໄຟ.
ມາດຕະການຂວ້ຳບາດເພີ່ມຕື່ມດັ່ງກ່າວ ເຊິ່ງນາຍົກລັດຖະມົນຕີ ຊິນໂຊ ອາເບະ ຂອງຍີ່ປຸ່ນກ່າວເຖິງໃນການຖະແຫລງຂ່າວຮ່ວມກັບປະທານາທິບໍດີ ໂດນັນ ທຣຳ ຂອງອາເມລິກາ ໃນວັນທີ 6 ພະຈິກ ກໍຄືການອາຍັດຊັບສິນຂອງອົງກອນ 9 ແຫ່ງ ແລະ ບຸກຄົນອີກ 26 ຄົນ ເຊິ່ງໄດ້ແກ່ ທະນາຄານຂອງ ສປປ ເກົາຫລີ ເຊິ່ງຫລາຍແຫ່ງຕັ້ງຢູ່ຈີນ ແລະ ບຸກຄົນເຊິ່ງປັດຈຸບັນຍັງຢູ່ຫລາຍປະເທດ ລວມທັງຈີນ, ຣັດເຊຍ ແລະ ລີບີ. ທ່ານ ຊູກະ ກ່າວວ່າ: ມາດຕະການຂວ້ຳບາດເພີ່ມຕື່ມດັ່ງກ່າວເປັນອີກທາງໜຶ່ງທີ່ສະແດງໃຫ້ເຫັນເຖິງຄວາມຕັ້ງໃຈຂອງປະເທດທັງສອງທີ່ຈະຮ່ວມມືກັນກົດດັນ ສປປ ເກົາຫລີ.
ທ່ານນາງ ຫົວ ຊຸນອິງ ໂຄສົກກະຊວງການຕ່າງປະເທດຂອງຈີນ ກ່າວຢູ່ນະຄອນຫລວງປັກກິ່ງວ່າ: ຈີນຄັດຄ້ານການປະກາດຂວ້ຳບາດແຕ່ພຽງຝ່າຍດຽວນອກຮອບຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ.

