Facebook ກຽມເປີດຕົວເວັບແອັບເຄື່ອງມືຕັດຕໍ່ລາຍການໃນ facebook live

facebook live ກຽມຕົວປັບປຸງລະບົບໃນຄອມພິວເຕີຢ່າງຕໍ່ເນື່ອງ ຫຼັງຈາກທີ່ facebook ປະກາດຮອງຮັບການແຊໜ້າຈໍຄອມ ຂຶ້ນ facebook live ໄດ້ແລ້ວ ຄັ້ງນີ້ຈັດໜັກຄົບຊຸດ ເພາະ facebook ກຽມເປີດຕົວແອັບຈັດການຕັດຕໍ່ລາຍການຜ່ານ facebook live ແລ້ວ.

ເຊິ່ງເຄື່ອງມືນີ້ ສາມາດໃຊ້ໄດ້ທັງຕົວໜັງສື, ການແບ່ງໜ້າຈໍ ຫຼື input ກ້ອງມຸມຕ່າງໆ ໄວ້ເປັນເຄື່ອງມືສະວິດສະລັບມຸມພາບໄດ້ເປັນຕົ້ນ ເຊິ່ງທັງໝົດນີ້ເຮັດໄດ້ຜ່ານທາງເວັບແອັບ ໃນຊື່ວ່າ Facebook Live Producer ເຊິ່ງຜູ້ໃຊ້ twitter ບາງທ່ານເຊິ່ງເປັນລະດັບ ບກ ຂອງເວັບຂ່າວໄອທີກໍໄດ້ພົບເຄື່ອງມືນີ້ ທາງ facebook.com/live/producer ໃຜຢາກຮູ້ວ່າໃຊ້ແອັບນີ້ໄດ້ ຫຼື ບໍ່ ລອງທົດສອບຜ່ານທາງເວັບນີ້ໄດ້ ແຕ່ຈະໄດ້ພຽງຜູ້ໃຊ້ກຸ່ມທົດສອບບາງຄົນ ເພາະຍັງບໍ່ໄດ້ເປີດໃຊ້ຢ່າງເປັນທາງການ.
ສໍາລັບລາຍລະອຽດຕ່າງໆຂອງບໍລິການ Facebook Live Producer ຈະໄດ້ຮັບຮູ້ໃນໄວໆນີ້.

