ອາຟຣິກາປະກາດໃຫ້ ພະຍາດໝາກສຸກລີງ ເປັນສະຖານະການສຸກເສີນດ້ານສາທາລະນະສຸກລະດັບທະວີບ

      ໜ່ວຍງານສາທາລະນະສຸກລະດັບທະວີບອາຟຣິກາ ປະກາດໃຫ້ ການແຜ່ລະບາດຂອງເຊື້ອໄວຣັສພະຍາດໝາກສຸກລີງເປັນສະຖານະການສຸກເສີນດ້ານສາທາລະນະສຸກລະດັບພາກພື້ນ.

     ວັນທີ 14 ສິງຫາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ສູນຄວບຄຸມ ແລະ ປ້ອງກັນພະຍາດອາຟຣິກາ (ອາຟຣິກາ ຊີດີຊີ) ອອກຖະແຫລງການ ປະກາດໃຫ້ສະຖານະການການແຜ່ລະບາດຂອງພະຍາດໝາກສຸກລີງ ຫລື ພະຍາດເອັມພ໊ອກ ເປັນສະຖານະການສຸກເສີນດ້ານສາທາລະນະສຸກລະດັບພາກພື້ນ ເນື່ອງຈາກມີການແຜ່ລະບາດຂ້າມຊາຍແດນ ແລະ ສົ່ງຜົນກະທົບຢ່າງໜັກຕໍ່ປະຊາຊົນເປັນວົງກວ້າງ.

      ທັງນີ້, ຖືເປັນຄັ້ງທໍາອິດທີ່ອາຟຣິກາ ຊີດີຊີ ໃຊ້ອໍານາດດັ່ງກ່າວນັບແຕ່ໄດ້ຮັບການອະນຸມັດຈາກສະມາຊິກເມື່ອສອງປີກ່ອນ ໂດຍສະຖິຕິຂອງອາຟຣິກາ ຊີດີຊີ ຢືນຢັນຜູ້ຕິດເຊື້ອສະສົມຈາກການຕິດເຊື້ອໄວຣັສໝາກສຸກລີງຢູ່ພາກພື້ນແລ້ວ 38,465 ຄົນ ໃນຈໍານວນນີ້ເສຍຊີວິດແລ້ວ 1,456 ຄົນ ນັບແຕ່ເດືອນມັງກອນ 2002 ຈົນຮອດວັນທີ 4 ສິງຫາຜ່ານມາ.

      ຢ້ອນກັບໄປໃນເດືອນກໍລະກົດ 2002 ອົງການອະນາໄມໂລກ (WHO) ປະກາດໃຫ້ພະຍາດໝາກສຸກລີງ ເປັນສະຖານະການສຸກເສີນດ້ານສາທາລະນະສຸກສາກົນ ຈາກການພົບຜູ້ຕິດເຊື້ອສະສົມປະມານ 90,000 ຄົນທົ່ວໂລກ ແລະ ມີຜູ້ເສຍຊີວິດແລ້ວປະມານ 130 ຄົນ ຈົນຮອດເດືອນພະຈິກ 2023.