ລາວ ເປັນເຈົ້າພາບ ຈັດກອງປະຊຸມສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ

ວັນທີ 12 ສິງຫາ 2024 ນີ້, ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມສະພາປະຊາຄົມ ວັດທະ ນະທຳ-ສັງຄົມ ອາຊຽນ ຮ່ວມກັບ ສະມາຊິກລັດຖະສະພາອາຊຽນ ຢູ່ ນະຄອນຫລວງວຽງຈັນ ສປປ ລາວ ໂດຍການເປັນປະທານຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໂດຍມີ ລັດຖະມົນຕີສະພາປະຊາຄົມວັດ ທະນະທຳ-ສັງຄົມອາຊຽນ, ສະມາຊິກລັດຖະສະພາຈາກບັນດາປະເທດສະມາຊິກອາຊຽນ, ສະມາຊິກລັດຖະສະພາແມ່ຍິງ, ລັດ ຖະມົນຕີກະຊວງສາມັກຄີ ແລະ ການມີສ່ວນຮ່ວມທາງສັງຄົມ ແຫ່ງ ຕີມໍ ເເລັດສະເຕ, ພ້ອມດ້ວຍ ຮອງເລຂາທິການໃຫຍ່ອາ ຊຽນ ແລະ ບັນດາຫົວໜ້າຄະນະຜູ້ແທນອາຊຽນ ເຂົ້າຮ່ວມ.

ກອງປະຊຸມໄດ້ປຶກສາຫາລື, ຄົ້ນຄວ້າ ໃນຫລາຍບັນຫາ, ຫລາຍຂົງເຂດທີ່ສໍາຄັນ ເພື່ອຮ່ວມກັນພັດທະນາຍຸດທະສາດໃດ ທີ່ມີທ່າແຮງໃນການເພີ່ມທະວີການສ້າງນະໂຍບາຍ ຂອງປະຊາຄົມວັດທະນະທຳ-ສັງຄົມ ອາຊຽນ ເພື່ອເສີມຂະຫຍາຍບັນດາກົນໄກນິຕິບັນຍັດ ທີ່ມີຢູ່ແລ້ວ ແລະ ກຳນົດກາລະໂອກາດ ທີ່ມີຄວາມ ເປັນໄປໄດ້ ໃນການຮ່ວມມືກັບລັດຖະສະພາ ແລະ ຜັນຂະຫຍາຍບົດບາດຂອງ ສະພາລະຫວ່າງຊາດອາຊຽນ ທີ່ສາມາດໃຫ້ການສະໜັບສະໜູນ ແຜນຍຸດທະສາດປະຊາຄົມວັດທະນະທຳ-ສັງ ຄົມອາຊຽນ ຫລັງປີ 2025.

ກອງປະຊຸມຄັ້ງນີ້, ຈັດຂຶ້ນພາຍໃຕ້ ການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ເພື່ອປະກອບສ່ວນເຂົ້າໃນການພັດທະນາແຜນຍຸດທະສາດ ປະຊາຄົມວັດທະນະທຳ-ສັງຄົມ ອາຊຽນ ຫລັງປີ 2025 ເຊິ່ງໃນໄລຍະຜ່ານມາ ໜ່ວຍງານພັດທະ ນາເອກະສານດັ່ງກ່າວ, ໄດ້ມີການປະຊຸມຮ່ວມກັບບັນດາສູນ ແລະ ອົງການກ່ຽວຂ້ອງຂອງອາຊຽນ, ຍັງໄດ້ສະແດງຄວາມບັນດາຂະ ແໜງການ ພາຍໃຕ້ເສົາຄ້ຳວັດທະນະທຳ-ສັງຄົມອາຊຽນ, ບັນດານັກຄົ້ນຄວ້າ, ສະຖາບັນຄົ້ນຄວ້າຕ່າງໆ ແລະ ບັນດາອົງການຈັດ ຕັ້ງທາງສັງຄົມ. ຢ່າງໃດກໍຕາມ ສປປ ລາວ ໄດ້ປະກອບສ່ວນເຂົ້າ ໃນການສ້າງວິໄສທັດ ປະຊາຄົມອາຊຽນ 2045 ແລະ ແຜນຍຸດ ທະສາດຕ່າງໆ ເຊິ່ງໃນຕົ້ນປີນີ້, ໜ່ວຍງານພັດທະນາ ແຜນຍຸດ ທະສາດ ປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຫລັງປີ 2025 ໄດ້ຖືກສ້າງຕັ້ງຂຶ້ນເພື່ອປະຕິບັດໜ້າທີ່ຂອງຕົນ.

ທ່ານ ນາງ ສວນສະຫວັນ ວິຍະເກດ ຍັງໄດ້ກ່າວອີກວ່າ: ອີງຕາມວິໄສທັດປະຊາ ຄົມອາຊຽນ ປີ 2045 ທີ່ຖືກຮັບຮອງຈາກຜູ້ນຳອາຊຽນ ເປັນພື້ນຖານໃຫ້ພາກພື້ນອາຊຽນ ມີຄວາມເຂັ້ມ ແຂງ, ມີນະວັດຕະກຳໃໝ່, ແຂງແກ່ນ ແລະ ປະຊາຊົນເປັນແກນ ກາງ. ຈາກປະຊາຄົມວັດທະນະທຳ-ສັງຄົມອາຊຽນ ກາຍເປັນຂົງ ເຂດຍຸດທະສາດຫລັກ ແລະ ເປັນຕົວຊີ້ວັດຍຸດທະສາດ ທີ່ສາມາດຊຸກຍູ້, ສົ່ງເສີມ ແລະ ປະຕິບັດຕົວຈິງ ເພື່ອການພັດທະນາຊັບພະ ຍາກອນມະນຸດ ແລະ ການພັດທະນາແບບຍືນຍົງ. ທັ້ງນີ້ ເພື່ອເພີ່ມທະວີການພົວພັນຮ່ວມມື ໃຫ້ກ້າວໄປສູ່ຈຸດປະສົງເປົ້າ ໝາຍ ຂອງປະຊາຄົມພວກເຮົາ.

ໃນຕອນບ່າຍວັນດຽວກັນ, ສປປ ລາວ ຍັງໄດ້ເປັນເຈົ້າພາບ ຈັດກອງປະຊຸມສະ ພາປະຊາຄົມ ວັດທະນະທຳ-ສັງຄົມ ອາຊຽນ ຮ່ວມກັບ ຜູ້ຊົງຄຸນວຸທິຂອງປະຊາຄົມວັດທະນະທຳ-ສັງຄົມອາຊຽນ ເຊິ່ງ ບັນດາທ່ານຜູ້ຊົງຄຸນວຸທິ ໄດ້ຍົກໃຫ້ເຫັນການຮັກ ສາການຮັດແໜ້ນສາຍພົວພັນຮ່ວມມື ແລະ ການຮ່ວມມືທີ່ເຂັ້ມ ແຂງ, ການລົງທຶນແມ່ນທ່າແຮງອັນສຳຄັນຂອງປະຊາຊົນ ແລະ ສົ່ງເສີມການພັດທະນາແບບຍືນຍົງ ແລະ ການເຕີບໂຕ ແມ່ນບາດ ກ້າວທີ່ຈະນຳພາພວກເຮົາໄປເຖິງເປົ້າໝາຍ ໃນການປັບປຸງຄຸນນະ ພາບຊີວິດຂອງປະຊາຊົນຂອງພວກເຮົາໃຫ້ຢູ່ດີກິນດີ.

ການປຶກສາຫາລື ໃນກອງປະຊຸມຄັ້ງນີ້, ຖືເປັນການຢ້ຳຄືນບັນ ດາບຸລິມະສິດ ການພັດທະນາຊັບພະຍາກອນມະນຸດ ແລະ ຄວາມຍືນຍົງ ເພື່ອຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນອາຊຽນ ເຊິ່ງເຮັດໃຫ້ພວກເຮົາຮັບຮູ້ເຖິງຄວາມສໍາຄັນຂອງການເພີ່ມທະວີການເຊື່ອມໂຍງພາກພື້ນ ເພື່ອສະແຫວງຫາກາລະໂອ ກາດ ນຳມາສະໜັບສະໜູນ ໃຫ້ແກ່ການຈັດຕັ້ງປະຕິບັດ ແຜນຍຸດທະສາດ ປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຫລັງປີ 2025 ໂດຍຜ່ານການເພີ່ມທະວີການລະດົມແຫລ່ງທຶນ, ການ ແລກປ່ຽນບົດຮຽນທີ່ດີເດັ່ນ ແລະ ຂັບເຄື່ອນການພັດທະນາແບບຍືນຍົງຢູ່ໃນພາກພື້ນຂອງພວກເຮົາ ແລະ ນຳໃຊ້ນະວັດຕະກໍາໃໝ່ທີ່ມີບົດບາດສໍາຄັນໃນເສົາຄໍ້າປະຊາຄົມວັດທະນະທຳ-ສັງຄົມອາຊຽນຫລັງປີ 2025.