ຜົນເສຍຫາຍນ້ຳຖ້ວມ ຢູ່ແຂວງອຸດົມໄຊ ລວມທັງໝົດ 7.6 ຕື້ກວ່າກີບ

ວັນທີ 5 ສິງຫາ 2024, ຄະນະກຳມະການຄຸ້ມຄອງໄພພິບັດ ແຂວງອຸດົມໄຊ ລາຍງານສະພາບຜົນເສຍຫາຍຈາກໄພພິບັດນ້ຳຖ້ວມ ຢູ່ແຂວງອຸດົມໄຊ ໃນຄັ້ງວັນທີ 19 ກໍລະກົດ ຜ່ານມາວ່າ: ແຂວງອຸດົມໄຊໄດ້ຮັບຜົນເສຍຫາຍຈາກໄພພິບັດຄັ້ງ ສ້າງຄວາມເສຍຫາຍລວມມູນຄ່າ 7.6 ຕື້ກວ່າກີບ. ໃນນີ້, ເມືອງໄຊ ມີ 2 ບ້ານ, 29 ຫລັງຄາເຮືອນ, ພົນລະເມືອງ 157 ຄົນ, ເຮືອນໄຫລນໍ້າ 1 ຫລັງ, ເຮືອນຖືກນໍ້າຖ້ວມ 26 ຫລັງ, ເຮືອນຄົວເປ່ເພ 1 ຫລັງ ແລະ ຫ້ອງນໍ້າເປ່ເພ ລວມມູນຄ່າເສຍຫາຍ 167 ລ້ານກວ່າກີບ, ສຳລັບຂະແໜງພະລັງງານ ແລະ ບໍ່ແຮ່ ໄດ້ຮັບຜົນກະທົບ 3 ເມືອງຄື: ເມືອງໄຊ, ເມືອງຫລາ, ເມືອງແບງ ມີ 3 ຈຸດທີ່ເສຍຫາຍ, ມີເສົາໄຟຟ້າລົ້ມຫັກ 3 ຕົ້ນ ແລະ ອຸປະກອນຕ່າງໆ ລວມມູນຄ່າເສຍຫາຍທັງໝົດ 34 ລ້ານກວ່າກີບ.
ຂະແໜງ ໂຍທາທິການ ແລະ ຂົນສົ່ງ ເສັ້ນທາງຫລວງແຫ່ງຊາດ ເລກທີ 2W ເສຍຫາຍ 3 ໄລຍະກິໂລແມັດ ແລະ ເສັ້ນທາງເລກທີ 2E ຖືກເສຍຫາຍ 2 ໄລຍະກິໂລແມັດ. ພ້ອມນີ້, ເສັ້ນທາງທ້ອງຖິ່ນ ເຂດເມືອງໄຊ 3 ເສັ້ນ, ເມືອງນາໝໍ້ 6 ເສັ້ນ, ເມືອງ ງາ 3 ເສັ້ນທາງ ລວມມູນຄ່າເສຍຫາຍທັງໝົດ 6,36 ຕື້ກວ່າກີບ, ຂະແໜງກະສິກຳ ແລະ ປ່າໄມ້ ເນື້ອທີ່ທໍາການຜະລິດຂອງປະຊາຊົນເສຍຫາຍ 1 ເມືອງ, 5 ບ້ານ, 166 ຫລັງຄາເຮືອນ, 807 ຄົນ, ເນື້ອທີ່ທໍາການຜະລິດຖືກກະທົບ 44 ເຮັກຕາ, ເສຍຫາຍ 36 ເຮັກຕາ, ລວມມູນຄ່າເສຍຫາຍ 1 ຕື້ກວ່າກີບ.
ສຳລັບການຊ່ວຍເຫລືອສຸກເສີນເບື້ອງຕົ້ນ ໄດ້ຊຸກຍູ້ຫ້ອງການ ແຮງງານ ແລະ ສະຫວັດດີການສັງຄົມ ເມືອງໃຫ້ການຊ່ວຍເຫລືອສຸກເສີນ ໂດຍການນໍາໃຊ້ ເງິນກອງທຶນຄຸ້ມຄອງໄພພິບັດ ແລະ ສັງຄົມສົງເຄາະຂັ້ນເມືອງຈັດຊື້ສັງກະສີ, ເຄື່ອງອຸປະໂພກບໍລິໂພກ ມູນຄ່າ 4,6 ລ້ານກວ່າກີບ; ຂະແໜງພະລັງງານ ແລະ ບໍ່ແຮ່ ໄດ້ສ້ອມແປງຈຸດທີ່ຖືກຜົນກະທົບໃນ 3 ເມືອງ, ມີ 3 ຈຸດຄື: ສ້ອມແປງເສົາໄຟຟ້າ ແລະ ປ່ຽນຖ່າຍອຸປະກອນ ລວມມູນຄ່າ 58 ລ້ານກວ່າກີບ; ຂະແໜງໂຍທາທິການ ແລະ ຂົນສົ່ງ ໄດ້ສ້ອມແປງສຸກເສີນເສັ້ນທາງທີ່ໄດ້ຮັບຜົນກະທົບໃຫ້ສາມາດສັນຈອນໄປ-ມາໄດ້ເປັນປົກະຕິ ລວມມູນຄ່າສ້ອມແປງສຸກເສີນທັງໝົດ 74 ລ້ານກີບ.

