ວາງສີລາລຶກສ້າງຫໍສະພາແຫ່ງຊາດຫລັງໃໝ່

ພິທີວາງສີລາລຶກເພື່ອປຸກສ້າງຫໍສະພາແຫ່ງຊາດຫລັງໃໝ່, ໄດ້ຈັດຂຶ້ນໃນເຊົ້າວັນທີ 1 ພະຈິກນີ້, ທີ່ນະຄອນຫລວງວຽງຈັນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ, ມີທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວ ແລະ ທ່ານນາງ ຫງວຽນ ທິກິມ ເງິນ ປະທານສະພາແຫ່ງຊາດຫວຽດນາມໃຫ້ກຽດເຂົ້າຮ່ວມ.
ທ່ານ ສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດ ໄດ້ກ່າວໃນພິທີວ່າ: ຫໍສະພາແຫ່ງຊາດຫລັງໃໝ່ນີ້ ແມ່ນໄດ້ຮັບທຶນຊ່ວຍເຫລືອຈາກພັກ ແລະ ລັດຖະບານຫວຽດນາມ ໃນມູນຄ່າ 100 ລ້ານໂດລາສະຫະລັດ ເພື່ອປ່ຽນແທນຫໍສະພາຫລັງເກົ່າ ທີ່ໄດ້ນຳໃຊ້ມາແຕ່ຕົ້ນປີ 1991, ຊຶ່ງມາຮອດປັດຈຸບັນ ກໍເປັນເວລາ 26 ປີແລ້ວ, ອາຄານເລີ່ມມີການຊຸດໂຊມລົງ, ໂດຍສະເພາະແມ່ນລະ ບົບໂຄງຫລັງຄາ. ຈາກສະພາບດັ່ງກ່າວ ຄະນະຫ້ອງວ່າການສະພາ ໄດ້ສະຫລຸບລາຍງານເພື່ອຂໍທິດຊີ້ນຳຈາກຄະນະປະຈຳສະພາແຫ່ງຊາດຄື: ສະເໜີສ້ອມແປງຂະໜາດໃຫຍ່ ແລະ ປຸກສ້າງຫລັງໃໝ່. ຜ່ານການປຶກສາຫາລື, ຕີລາຄາຢ່າງຖີ່ຖ້ວນສົມທຽບລະຫວ່າງການສ້ອມແປງໃຫຍ່ກັບການປຸກສ້າງໃໝ່, ໂດຍຄຳນຶງເຖິງການເຕີບໃຫຍ່ຂະຫຍາຍຕົວຂອງສະພາແຫ່ງຊາດ ແລະ ເຫັນໄດ້ທີ່ຕັ້ງພາລະບົດບາດທີ່ສຳຄັນຂອງສະພາແຫ່ງຊາດໃນສະເພາະໜ້າ ແລະ ຍາວນານ. ຄະນະປະຈຳສະພາແຫ່ງຊາດ ຊຸດທີ VII ໄດ້ຕົກລົງເປັນເອກະພາບເລືອກເອົາການປຸກສ້າງຫໍສະພາແຫ່ງຊາດຫລັງໃໝ່ ແລະ ໄດ້ຮັບຄຳເຫັນຈາກກົມການເມືອງສູນກາງພັກໃຫ້ປຸກສ້າງຫໍສະພາແຫ່ງຊາດຫລັງໃໝ່.
ຫໍສະພາແຫ່ງຊາດຫລັງໃໝ່ ຈະສ້າງຂຶ້ນໃນເນື້ອທີ່ 23.400 ຕາແມັດ, ຈະມີຫ້ອງປະຊຸມໃຫຍ່ທີ່ໂອໂຖງ, ຫ້ອງເຮັດວຽກ, ຫ້ອງບໍລິຫານ ແລະ ອື່ນໆດ້ວຍລະບົບຄວາມປອດໄພທີ່ໄດ້ມາດຕະຖານ ເພື່ອອຳນວຍຄວາມສະດວກໃນການເຮັດວຽກຂອງສະພາແຫ່ງຊາດ ທີ່ໄດ້ອອກແບບໃຫ້ມີເອກະລັກສະເພາະ ຂອງສະພາແຫ່ງຊາດ, ພ້ອມນີ້ ຍັງມີຄວາມກົມກືນກັບສິ່ງປຸກສ້າງໃນບໍລິເວນອ້ອມຂ້າງເດີ່ນພະທາດຫລວງ, ໃນນັ້ນ ຈຸດສູງສຸດບໍ່ໃຫ້ສູງລື່ນຈອມພະທາດຫລວງ, ມີລວດລາຍດວງດອກທີ່ເປັນເອກະລັກທາງດ້ານສິລະປະວັດທະນະທຳຂອງລາວປະສານກັບຄວາມທັນສະໄໝຂອງຍຸກສະໄໝ.
ໃນໂອກາດສະເຫລີມສະຫລອງວັນປະຫວັດສາດແຫ່ງການສ້າງສາຍພົວ ພັນທາງການທູດລາວ-ຫວຽດນາມ ຄົບຮອບ 55 ປີ ແລະ ວັນເຊັນສົນທິສັນ ຍາຄົບຮອບ 40 ປີ, ທ່ານ ຫງວຽນ ຝູ ຈ໋ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ໄດ້ມອບເງິນຈຳນວນ 100 ລ້ານໂດລາສະຫະລັດ ເພື່ອເປັນຂອງຂວັນໃຫ້ແກ່ພັກ, ລັດຖະບານ ແລະ ປະຊາຊົນລາວ ເພື່ອນຳໃຊ້ເຂົ້າໃນການປຸກສ້າງຫໍສະພາແຫ່ງຊາດຫລັງໃໝ່ດັ່ງກ່າວໃຫ້ສຳເລັດຜົນຢ່າງຈົບງາມ.

