ປກສ ບໍລິຄຳໄຊ ຈັບຜູ້ຄ້າ-ຂາຍຢາເສບຕິດ 3 ຄົນ ພ້ອມຢຶດຢາໄອສ໌ ເກືອບ 1,5 ໂຕນ

ວັນທີ 29 ກໍລະກົດ 2024, ເຈົ້າໜ້າທີ່ຕຳຫລວດພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງບໍລິຄຳໄຊ ໄດ້ພົບເຫັນເປົ້າໝາຍຄ້າ-ຂາຍຢາເສບຕິດ ຂັບຂີ່ລົດບັນທຸກ 22 ລໍ້, ສີແດງ, ຍີ່ຫໍ້ ໂຮໂວ ໝາຍເລກທະບຽນ ບຄ 2577 ກໍາແພງນະຄອນ ແລະ ລົດຟໍຈູເນີ ສີຂາວ, ໝາຍເລກທະບຽນ ກນ 9424 ກໍາແພງນະຄອນ ທີ່ຂັບຂີ່ມາກ່ອນ ເພື່ອສັງເກດການປະຕິບັດວຽກງານຂອງເຈົ້າໜ້າທີ່, ພໍມາຮອດຈຸດກວດກາ ເຂດບ້ານນາໄຊ, ເມືອງທ່າພະບາດ, ເຈົ້າໜ້າທີ່ຈຶ່ງໄດ້ອອກຄໍາສັ່ງໃຫ້ຢຸດຈອດ ເພື່ອກວດກາ ຜ່ານການກວດກາພົບເຫັນຂອງກາງຢາເສບຕິດບັນຈຸມາເຕັມໃນລົດ ພ້ອມທັງກັກຕົວຜູ້ຮ່ວມຂະບວນການ 3 ຄົນ ມາສືບສວນ-ສອບສວນ ໃນເບື້ອງຕົ້ນຮູ້ວ່າ: ຊື່ ທ້າວ ຊໍ່ມົວ ອາຍຸ 43 ປີ, ທ້າວ ຕູ້ຢ່າງ ອາຍຸ 23 ປີ ທັງສອງຢູ່ບ້ານວັງເຮືອ, ເມືອງທຸລະຄົມ, ແຂວງວຽງຈັນ ແລະ ທ້າວ ກູ້ຊົ່ງ ອາຍຸ 29 ປີ ຢູ່ບ້ານພູຄໍາ, ເມືອງບໍລິຄັນ, ແຂວງບໍລິຄຳໄຊ ພ້ອມຂອງກາງ ຢາໄອສ໌ 44 ເປົາ (ຫລື 1,449 ຫໍ່) ນໍ້າໜັກເກືອບ 1ໂຕນເຄິ່ງ ຢູ່ເທິງລົດບັນທຸກ 22 ລໍ້.
ປັດຈຸບັນ, ເຈົ້າໜ້າທີ່ວິຊາສະເພາະກຳລັງເລັ່ງດຳເນີນການສືບສວນ-ສອບສວນຂະຫຍາຍຜົນຫາຜູ້ຮ່ວມຂະບວນການມາດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.
ນີ້ແມ່ນສືບເນື່ອງຈາກໃນຕົ້ນເດືອນກໍລະກົດ 2024 ໄດ້ຮັບແຈ້ງວ່າ: ມີກຸ່ມຄົນຈໍານວນໜຶ່ງເຄື່ອນໄຫວຄ້າ-ຂາຍ ແລະ ຂົນສົ່ງຢາເສບຕິດຈໍານວນຫລາຍ ຈາກນະຄອນຫລວງວຽງຈັນ ຜ່ານເສັ້ນທາງ 13 ໃຕ້ ໄປສູ່ເມືອງຄໍາເກີດ, ແຂວງບໍລິຄໍາໄຊ ເພື່ອສົ່ງອອກໄປປະເທດໃກ້ຄຽງ.

