ພະແນກໂຍທາທິການ ນະຄອນຫລວງວຽງຈັນ ຈັດງານສຳມະນາລະດົມຄວາມຄິດເພື່ອແກ້ໄຂບັນຫາ ນໍ້າຖ້ວມຢູ່ຕົວເມືອງ

ວັນທີ 29 ກໍລະກົດ 2024 ທີ່ຫ້ອງວ່າການນະຄອນຫລວງວຽງຈັນ ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມຫົວຂໍ້: ການແກ້ໄຂບັນຫາ ນໍ້າຖ້ວມອັ່ງຂັງໃນຕົວເມືອງນະຄອນຫລວງວຽງຈັນ ມີ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ມີທ່ານ ນາງ ບຸນຄໍາ ວໍລະຈິດ ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ທ່ານ ໄຊສົງຄາມ ມະໂນທຳ ຮອງລັດຖະມົນຕີກະຊວງ ຍທຂ, ທ່ານ ບຸນຈັນ ສິນທະວົງ ອະດີດລັດຖະມົນຕີກະຊວງ ຍທຂ ທ່ານ ເກດແກ້ວ ສີຫາລາດ ກໍາມາທິການເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາ ແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບຸນຍະວັດ ນີຣະໄຊຍ໌ ຫົວໜ້າພະແນກ ຍທຂ ນວ ກ່າວວ່າ: ການຈັດກອງປະຊຸມຄັ້ງນີ້ເພື່ອປຶກສາຫາລືລະດົມຄວາມຄິດ ເພື່ອແກ້ໄຂບັນຫານໍ້າຖ້ວມຂັງຢູ່ບາງຈຸດ ແລະ ບາງເສັ້ນທາງໃນຕົວ ເມືອງນະຄອນຫລວງວຽງຈັນ ໃນລະດູຝົນນີ້ ເຊິ່ງເປັນບັນຫາເຄັ່ງຮ້ອນ ເປັນຜົນກະທົບຕໍ່ການສັນຈອນໄປມາຂອງປະຊາຊົນ ເພື່ອຊອກວິທີແກ້ໄຂທີ່ຖືກຕ້ອງສອດຄ່ອງຕາມສະພາບຄວາມເປັນຈິງໃຫ້ສໍາເລັດໂດຍໄວ ຄືບັນດາທ່ານໄດ້ຮັບຊາບແລ້ວວ່າເວລາມີຝົນຕົກແຮງ 2-3 ຊົ່ວ ໂມງຕິດຕໍ່ກັນ ນວ ປະເຊີນກັບບັນຫານໍ້າຖ້ວມຂັງໃນຫລາຍຈຸດຂອງຕົວເມືອງ ຕາມເສັ້ນທາງສາຍສໍາຄັນ ແລະ ຊຸມຊົນໃນຕົວເມືອງ ສົ່ງຜົນກະທົບຕໍ່ການສັນຈອນຕາມທ້ອງຖະໜົນ ແລະ ການດຳລົງຊີວິດຂອງປະຊາຊົນເວົ້າລວມ ເວົ້າສະເພາະເຮັດໃຫ້ເກີດມີຄວາມເສຍຫາຍຕໍ່ລະບົບເສັ້ນທາງ ປະຊາຊົນມີຄວາມຫຍຸ້ງຍາກໃນການດຳລົງຊີວິດ ເຊິ່ງສະແດງໃຫ້ເຫັນເຖິງລະບົບພື້ນຖານໂຄງລ່າງຮ່ອງລະບາຍນໍ້າ ພາຍໃນຕົວເມືອງຂອງພວກເຮົາບໍ່ມີຄວາມພ້ອມໃນການຮັບມື ໃນສະພາບທີ່ມີຝົນຕົກໜັກ.

ບັນຫາດັ່ງກ່າວ, ແມ່ນເກີດມາຈາກຫຼາຍປັດໄຈເຊັ່ນ: ການປ່ຽນ ແປງດິນຟ້າອາກາດ, ການເພີ່ມຂຶ້ນຂອງປະລິມານນໍ້າຝົນ, ຍ້ອນງົບປະມານຍັງຈຳກັດເຮັດໃຫ້ການກໍ່ສ້າງຮ່ອງລະບາຍນໍ້າແຄມທາງ ແມ່ນຄິດໄລ່ແຕ່ລະບາຍນໍ້າໜ້າທາງ, ການອະນາໄມລວງຮ່ອງລະບາຍນໍ້າບໍ່ໄດ້ເຮັດເປັນປົກກະຕິ, ປະຊາຊົນບາງຄົນ ຍັງມີແນວຄິດຢຶດເອົາຮ່ອງເຂດສະຫງວນຮ່ອງລະບາຍນໍ້າ ເປັນບ່ອນຫາຜົນປະໂຫຍດສ່ວນຕົວ, ຍັງຖືເບົາຕໍ່ການຕິດຕາມກວດກາການຖົມດິນ ແລະ ການສະຫງວນດິນຮ່ອງລະບາຍນໍ້າ (ເວລາອອກໃບຕາດິນ) ບໍ່ໄດ້ສະຫງວນດິນຮ່ອງນໍ້າໄວ້, ຂາດການມີສ່ວນຮ່ວມຈາກປະຊາຊົນ ແລະ ສັງຄົມ ອັນນີ້ແມ່ນບາງສາເຫດທີ່ຍົກຂຶ້ນມາໃຫ້ບັນດາທ່ານເພີ່ມເຕີມຕື່ມ.

ທ່ານກ່າວຕື່ມວ່າ: ໃນໄລຍະນໍ້າຖ້ວມຂັງໃນຕົ້ນລະດູຝົນປີ 2024 ພະແນກ ຍທຂ ນະຄອນຫລວງວຽງຈັນ ໄດ້ສົມທົບກັບຫ້ອງການ ຍທຂ ປະຈໍາບັນດາເມືອງ ແລະ ຂະແໜງການທີ່ກ່ຽວຂ້ອງລົງສຳຫຼວດແກ້ໄຂໄດ້ຫລາຍຈຸດ ໂດຍສະເພາະໄດ້ອະນາໄມ ຂີ້ຕົມຕາມຮ່ອງລະບາຍນໍ້າແຄມທາງທີ່ມີນໍ້າຖ້ວມຂັງ ໄດ້ສົມທົບອໍານາດການປົກຄອງບ້ານ, ເມືອງ, ອະນາໄມລວງຮ່ອງລະບາຍນໍ້າບາງສາຍ ໃຫ້ນໍ້າໄຫລສະດວກດີ ແລະ ທວງຄືນເອົາດິນເຂດສະຫງວນໃນບາງຈຸດຂອງເມືອງສີໂຄດຕະບອງ, ເມືອງຈັນທະບູລີ ແລະ ເມືອງໄຊເສດຖາ ອັນນີ້ກໍເປັນສ່ວນໜຶ່ງໃນການແກ້ໄຂວຽກສະເພາະໜ້າຂອງພະແນກ ຍທຂ ເພື່ອເຮັດໃຫ້ການແກ້ໄຂບັນຫານໍ້າຖ້ວມຂັງຕາມເສັ້ນທາງ ແລະ ຕົວເມືອງ  ໄດ້ຮັບການແກ້ໄຂໃຫ້ຖືກຈຸດ, ເປັນລະບົບ, ມີຄວາມຍືນຍົງ ແລະ ຮັບປະກັນໄດ້ ບໍ່ໃຫ້ເກີດມີສະພາບນໍ້າຖ້ວມຂັງອີກໃນເວລາມີຝົນຕົກໜັກ.  ດັ່ງນັ້ນ ຈຶ່ງໄດ້ຈັດງານສຳມະນານີ້ຂຶ້ນມາເພື່ອປຶກສາຫາລືລະດົມຄວາມຄິດເຫັນ ເພື່ອຊອກຊ່ອງທາງແກ້ໄຂບັນຫາໃຫ້ຖືກກັບສະພາບຄວາມເປັນຈິງ ແນໃສ່ແກ້ໄຂບັນຫາຜົນກະທົບທີ່ເກີດຂຶ້ນກັບຜູ້ໃຊ້ລົດໃຊ້ຖະໜົນພາຍໃນ ນະຄອນຫລວງວຽງຈັນ ໃຫ້ໄດ້ໂດຍໄວ.

ກອງປະຊຸມຄັ້ງນີ້ຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄໍາເຫັນຢ່າງກົງໄປກົງມາ ຍົກໃຫ້ເຫັນສາເຫດ ວິທີແກ້ໄຂ, ຂໍ້ຫ້າມ ດ້ານເຕັກນິກວິຊາການ ເພື່ອຄວາມຍືນຍົງ ແລະ ອື່ນໆ ທີ່ເປັນຂໍ້ມູນໃຫ້ຄະນະຮັບຜິດຊອບວຽກງານດັ່ງກ່າວ ນໍາໄປຈັດຕັ້ງຜັນຂະຫຍາຍໃຫ້ໄດ້ຮັບຜົນຕາມລະດັບຄາດໝາຍທີ່ວາງໄວ້.

ພາບຂ່າວ: ວິທະຍຸກະຈາຍສຽງແຫ່ງຊາດ