ເຕັກນິກການເປັນໂສດຢ່າງເປັນສຸກ

ໂດຍມີຜົນການສຳຫລວດໃນຫລາຍໆປະເທດກ່ຽວກັບທັດສະນະຄະຕິດ້ານເພດ ແລະ ການແຕ່ງດອງ ພົບວ່າ : ບ່າວສາວຮັກຊີວິດ ໂສດເພີ່ມຂຶ້ນ ເນື່ອງຈາກເຊື່ອໝັ້ນໃນຄວາມຮັບຜິດຊອບດູແລຕົນເອງ ແລະ ຄອບຄົວ, ມ່ວນກັບການເຮັດວຽກ. ສິ່ງສຳຄັນຍັງເປັນ ອິດສະລະເສລີ, ມີຄວາມສຸກ ຈຶ່ງຍິນດີໂສດຢ່າງເຕັມໃຈ.

ສຳລັບເຄັດລັບກຳຈັດຄວາມເສົ້າເພື່ອເຂົ້າຫາຄວາມສຸກຈົນລືມຄວາມໂສດນັ້ນ ຫລາຍຄົນບອກວ່າເລີ່ມໄດ້ງ່າຍໆຈາກການສ້າງຄວາມຄິດດ້ານບວກກ່ອນ, ເບິ່ງສິ່ງຕ່າງໆດ້ວຍເຫດຜົນ, ຮຽນຮູ້ທີ່ຈະຮັກ ແລະ ເຫັນຄຸນຄ່າໃນໂຕເອງ ນີ້ແມ່ນກ້າວທຳອິດຂອງຄວາມສຸກຈາກການເປັນໂສດ.

ເວົ້າເຖິງຄວາມໂສດ ເບິ່ງຄືຈະບໍ່ແມ່ນເລື່ອງໜ້າຢ້ານອີກຕໍ່ໄປໃນຍຸກປະຈຸບັນ ຫລາຍຄົນທີ່ໂສດມາດົນ ຫາກໍໂສດໝາດໆ ຫລື ຍັງບໍ່ມີໂອກາດຮັບຮັກໃຜ ມັກໃຊ້ໂອກາດນີ້ເປີດໂລກກະທັດ ແລະ ຮຽນຮູ້ອີກແງ່ມຸມຂອງຄວາມຮັກ.

ໂດຍກິດຈະກຳທີ່ມັກຂອງບ່າວສາວໂສດນັ້ນຫລັກໆແມ່ນການໄດ້ໃຊ້ເວລາໄປກັບການເບິ່ງແຍງດູແລຕົນເອງ, ເບິ່ງແຍງສຸຂະພາບ ແລະ ບຸກຄົນລິກໃຫ້ຫລໍ່ໃຫ້ງາມ ເພາະເມື່ອໃດທີ່ຮູ້ສຶກວ່າໂຕເອງເປັນຕາເບິ່ງຂຶ້ນ ຄວາມໝັ້ນໃຈຈະຕາມມາອີກຫລາຍ ທັງເປັນສະເໜ່ສ້າງມິດຕະພາບຈາກຄວາມປະທັບໃຈແຮກພົບນຳອີກ ເມື່ອບວກກັບການເວົ້າຈາ, ມາລະຍາດ, ຄວາມຄິດ ແລະ ຈິດໃຈໃນດ້ານບວກແລ້ວ ກໍຈະແວດລ້ອມໄປດ້ວຍໝູ່ເພື່ອນ ບໍ່ມີເຫງົາແນ່ນອນ.

ຕິດຕາມມາດ້ວຍການເລືອກມີຄວາມສຸກທ້າຍອາທິດໄປກັບການເຮັດຕາມແຜນ ບໍ່ວ່າຈະໄປເບິ່ງຮູບເງົາ,  ອ່ານໜັງສື, ຍ່າງເລາະຫ້າງສັບພະສິນຄ້າ, ງານລ້ຽງສັງສັນ ຫລື ກຽມກະເປົ໋າກ້າວສູ່ໂລກກ້ວາງດ້ວຍການໄປທ່ອງທ່ຽວຢູ່ຕ່າງແຂວງປ່ຽນຈາກບັນຍາກາດເກົ່າໆ ເດີນທາງທ່ອງທ່ຽວກັບຄອບຄົວ ຫລື ກຸ່ມໝູ່. ເວົ້າກັນວ່າເປັນໂອກາດທີ່ຫາໄດ້ງ່າຍກ່ວາສຳລັບຄົນໂສດ ບໍ່ພຽງໄປປົດປ່ອຍຄວາມເຫງົາ, ຕື່ມພະລັງໃຈ ແລະ ກາຍໃຫ້ພ້ອມກັບມາລຸຍວຽກໄດ້ຢ່າງສົດຊື່ນ ຍັງຊ່ວຍເສີມສ້າງຄວາມສຳພັນອັນດີກັບຄອບຄົວ ແລະ ກຸ່ມໝູ່ນຳອີກ.

ຂະນະດຽວກັນ ມີໂອກາດໄດ້ເຮັດຄວາມຮູ້ຈັກ ແລະ ສຶກສານິໄສໃຈຄໍເພື່ອນຕ່າງເພດໄດ້ເຕັມທີ່ຈົນກ່ວາຈະພົບຄົນທີ່ດີ ແລະ ຖືກໃຈ ທັງຍັງສ້າງຄວາມຕື່ນເຕັ້ນ, ຫົວໃຈສົດຊື່ນຫ້າວຫັນໄດ້ເທົ່ານີ້ ທ່ານກໍກ້າວຕໍ່ໄປໂດຍບໍ່ທຸກແລ້ວ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ