ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ທົບທວນຄືນຫລາຍບັນຫາສຳຄັນ

ວັນທີ 25 ກໍລະກົດ 2024 ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ແລະ ກອງປະຊຸມສາມຝ່າຍ ລະຫວ່າງ ສປປ ລາວ, ກອງເລຂາອາຊຽນ ແລະ ນອກແວ ຈັດຂຶ້ນຢ່າງເປັນທາງການ ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ໄດ້ທົບທວນຄວາມຄືບໜ້າຂອງການສ້າງປະຊາຄົມອາຊຽນ, ລວມທັງຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດບັນດາບຸລິມະສິດການເປັນປະ ທານອາຊຽນ ຂອງ ສປປ ລາວ ທີ່ປິ່ນອ້ອມຄໍາຂວັນ: “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມ ແຂງອາຊຽນ” ເປັນຕົ້ນ ການສ້າງແຜນຍຸດທະສາດ ເພື່ອຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045 ທີ່ປະກອບດ້ວຍ ແຜນຍຸດທະສາດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ, ແຜນຍຸດທະສາດປະຊາຄົມເສດຖະກິດອາຊຽນ, ແຜນຍຸດທະສາດປະຊາຄົມວັດທະນະທໍາ-ສັງຄົມອາຊຽນ ແລະ ແຜນຍຸດທະສາດການເຊື່ອມຈອດອາຊຽນ. ກອງປະຊຸມ, ຍັງໄດ້ປຶກສາຫາລື ກ່ຽວກັບການສະໝັກເຂົ້າເປັນພາຄີ ຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສຽງໃຕ້ ແລະ ໄດ້ສະແດງຄວາມຍິນດີທີ່ ອານເຊີຣີ, ແຟງລັງ, ລຸກຊໍາບວກ, ແອັດສະປາຍ ແລະ ເມັກຊິກ ຈະໄດ້ລົງນາມເຂົ້າເປັນພາຄີສົນທິສັນຍາດັ່ງກ່າວ, ໃນເວລາອັນໄວ.

ນອກຈາກນີ້, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກໍໄດ້ທົບທວນຄືນ ການຈັດຕັ້ງປະ ຕິບັດ ຄໍາຕົກລົງ 5 ຂໍ້ຂອງຜູ້ນໍາອາຊຽນ, ການພົວພັນລະຫວ່າງອາຊຽນ ແລະ ຄູ່ຮ່ວມມືພາຍນອກ ເຊິ່ງ ກອງປະຊຸມ ໄດ້ຢໍ້າຄືນຄວາມສໍາຄັນໃນການຮັດແໜ້ນການຮ່ວມມື ແລະ ຄວາມເປັນແກນກາງຂອງອາ ຊຽນ ໃນໂຄງສ້າງການຮ່ວມມືພາກພື້ນທີ່ພວມພັນແປໄປ. ນອກນັ້ນ, ລັດຖະມົນຕີຕ່າງປະເທດອາຊຽນ ໄດ້ປຶກສາຫາລື ແລກປ່ຽນຄໍາຄິດເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ພົ້ນເດັນ ແລະ ມີຄວາມສົນໃຈຮ່ວມກັນ.

ໃນຕອນບ່າຍວັນດຽວກັນ, ທ່ານ ຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ຍັງໄດ້ເປັນປະທານກອງປະຊຸມສາມຝ່າຍ ລະຫວ່າງ ສປປ ລາວ, ກອງເລຂາອາຊຽນ ແລະ ນອກແວ ເຊິ່ງກອງປະຊຸມ ໄດ້ຕີລາຄາສູງຕໍ່ຄວາມຄືບໜ້າຂອງການຈັດຕັ້ງຜັນຂະຫຍາຍ ການເປັນຄູ່ຮ່ວມຂະແໜງການ ລະຫວ່າງອາຊຽນ ແລະ ນອກແວ ນັບແຕ່ການສ້າງຕັ້ງການເປັນຄູ່ຮ່ວມຂະແໜງການກັບອາຊຽນ ຂອງນອກແວ ແຕ່ປີ 2015 ເປັນຕົ້ນມາ ໂດຍຜ່ານການຈັດຕັ້ງປະຕິບັດ ເອກະສານຊ້ອນທ້າຍ ຂອງແຜນປະຕິບັດງານ ອາຊຽນ-ນອກແວ (2021-2025), ພ້ອມທັງໄດ້ປຶກສາຫາລືເພື່ອກໍານົດທິດທາງການຮ່ວມມືໃນຕໍ່ໜ້າ.

ພ້ອມນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຍັງໄດ້ພົບປະສອງຝ່າຍກັບບາງປະເທດສະມາຊິກອາຊຽນ ແລະ ຄູ່ເຈລະຈາຂອງອາຊຽນ ເພື່ອປຶກສາຫາລືກ່ຽວກັບການຮັດແໜ້ນການຮ່ວມມືສອງຝ່າຍນໍາກັນ.