ແຂວງໄຊຍະບູລີ ມີໂຄງການລົງທຶນຂອງລັດ ທີ່ຍັງຄ້າງຊໍາລະທັງໝົດ 382 ໂຄງການ ມູນຄ່າຕາມສັນຍາທັງໝົດ 2,189.58 ຕືີ້ກີບ

ວັນທີ 24 ກໍລະກົດ 2024 ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໆໄຊຍະບູລີ ລາຍງານໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນ ແຂວງໄຊຍະບູລີ ຊຸດທີ II ວ່າ: ໃນໄລຍະ 6 ເດືອນຕົ້ນປີ 2024 ໂດຍລວມເຫັນວ່າ ບັນຍາກາດການຜະລິດ, ທຸລະກິດ ແຂວງໄຊຍະບູລີ ຍັງສືບຕໍ່ເປັນຂະບວນການດີ ໂດຍສະເພາະ ການຜະລິດສະບຽງອາຫານ, ຜະລິດກະສິກໍາເປັນສິນຄ້າ ເພື່ອສົ່ງອອກ, ພື້ນຖານຫັດຖະກໍາ, ອຸດສາຫະກໍາປຸງແຕ່ງຈໍານວນໜຶ່ງ ຂະຫຍາຍຕົວເພີ່ມຂຶ້ນ ຄາດວ່າໝົດປີ ອັດຕາເຕີບໂຕເສດຖະກິດຂອງແຂວງ ບັນລຸຕາມຄາດໝາຍວາງໄວ້ 5.5% ລວມຍອດຜະລິດຕະພັນພາຍໃນ 15.76 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນໜຶ່ງ 36.93 ລ້ານກີບຕໍ່ຄົນຕໍ່ປີ, ການປະຕິບັດແຜນລາຍຮັບ, ລາຍຈ່າຍງົບປະມານ ຕິດພັນກັບການຫັນເປັນທັນສະໄໝເທື່ອລະກ້າວ, 6 ເດືອນຜ່ານມາ ຈັດເກັບລາຍຮັບໄດ້ທັງໝົດ 1,169.75 ຕື້ກີບ, ເທົ່າກັບ 60.37%, ໃນນີ້ລາຍຮັບພູດສູນກາງປະຕິບັດໄດ້ 50.61% ແລະ ພູດທ້ອງຖິ່ນ 79.17%; ການຈັດຕັ້ງປະຕິບັດລາຍງຈ່າຍງົບປະມານ ປະຕິບັດໄດ້ 329.82 ຕື້ກີບ, ເທົ່າກັບ 63.85% ຂອງແຜນການປີ ບັນລຸຄາດໝາຍວາງໄວ້, ການລົງທຶນທົ່ວສັງຄົມທັງໝົດ 2,296.34 ຕື້ກີບ ເທົ່າກັບ 53.95% ຂອງແຜນການປີ, ອົງການປົກຄອງແຂວງໄດ້ສຸມໃສ່ ແກ້ໄຂໜີ້ສິນການລົງທຶນຂອງລັດ ດ້ວຍຫລາຍຮູບແບບ ເປັນຕົ້ນ ໄດ້ຈັດສັນທຶນຊໍາລະ ເຂົ້າແຜນງົບປະມານປະຈໍາປີ, ໄດ້ນໍາໃຊ້ເງິນເກີນແຜນ ຈໍານວນ 81.90 ກ່ວາຕື້ກີບ ສືບຕໍ່ຊໍາລະໂຄງການລົງທຶນຂອງລັດ ໄດ້ຈໍານວນໜຶ່ງ ແລະ ແກ້ໄຂວຽກງານຈໍາເປັນຂອງແຂວງ ແລະ ໜີ້ສິນຄ່າກະແສໄຟຟ້າ ແລະ ນໍ້າປະປາ.

ມາຮອດເດືອນ ກໍລະກົດ 2024 ໃນທົ່ວແຂວງໄຊຍະບູລີ ມີໂຄງການລົງທຶນຂອງລັດ ທີ່ຍັງຄ້າງຊໍາລະທັງໝົດ 382 ໂຄງການ ມູນຄ່າຕາມສັນຍາທັງໝົດ 2,189.58 ຕືີ້ກີບ, ມູນຄ່າຕາມໜ້າວຽກສໍາເລັດ 1,667.94 ຕືີ້ກີບ, ຊໍາລະໄປແລ້ວ 804.78 ຕືີ້ກີບ, ຍັງຄ້າງຊໍາລະ 863.16 ຕືີ້ກີບ. ສ່ວນການຄຸ້ມຄອງລາຄາສິນຄ້າແມ່ນໄດ້ສຸມໃສ່ ບັນດາກຸ່ມການຜະລິດ ແລະ ກຸ່ມການບໍລິການ ໃຫ້ມີການກໍານົດໂຄງສ້າງລາຄາສິນຄ້າ ແລະ ເຮັດການດຸນດ່ຽງ ໂດຍສະເພາະ ສິນຄ້າກະທົບໄວ ເຊັ່ນ: ເຂົ້າ, ຊີ້ນ, ໄຂ່, ປາ ແລະ ພືດຜັກ ສິ່ງສໍາຄັນແມ່ນໄດ້ອອກເປັນແຈ້ງການ ຂອງເຈົ້າແຂວງ ຕໍ່ກັບການຈໍາກັດການນໍາເຂົ້າສິນຄ້າທີ່ບໍ່ຈໍາເປັນ ເຊິ່ງພາຍໃນສາມາດຜະລິດເອງໄດ້ ປະກອບມີ 137 ລາຍການໃນ 3 ໝວດສິນຄ້າ.