ທ່ານ ໄບເດນ ຖອນຕົວສູ້ເສິກເລືອກຕັ້ງຜູ້ນໍາອາເມລິກາ ສະໜັບສະໜູນນາງ ແຮຣິສ ລົງຊີງໄຊແທນ

ປະທານາທິບໍດີ ໂຈ ໄບເດນ ຖອນຕົວອອກຈາກການເປັນຕົວແທນຂອງພັກເດໂມແຄຣດ ໃນການເລືອກຕັ້ງປະທານາທິບໍດີອາເມລິກາ ແລະ ສະໜັບສະໜູນຮອງປະທານາທິບໍດີ ນາງ ກະມະລາ ແຮຣິສ ໃຫ້ເປັນຕົວແທນຄົນໃໝ່.
ວັນທີ 22 ກໍລະກົດ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ປະທານາທິບໍດີ ໂຈ ໄບເດນ ປະກາດໃນວັນທີ 21 ກໍລະກົດວ່າ: ບໍ່ຂໍຮັບການເປັນຕົວແທນພັກເດໂມແຄຣດ ໃນການສູ້ເສິກເລືອກຕັ້ງຊິງຕໍາແໜ່ງປະທານາທິບໍດີອາເມລິກາ ວັນທີ 5 ພະຈິກນີ້ ເພື່ອຜົນປະໂຫຍດສູງສຸດຂອງປະເທດ ແລະ ຂອງພັກ, ແຕ່ຢືນຢັນວ່າ: ຈະຍັງດໍາລົງຕໍາແໜ່ງຜູ້ນໍາອາເມລິກາຄົບວາລະທີ່ເຫລືອ ເຊິ່ງຈະຄົບກໍານົດໃນວັນທີ 20 ມັງກອນ 2025.
ທັງນີ້, ຖືເປັນຄັ້ງທີສອງເທົ່ານັ້ນ ໃນປະຫວັດສາດການເມືອງອາເມລິກາທີ່ປະທານາທິບໍດີຍັງຢູ່ໃນວາລະ ຖອນຕົວອອກຈາກການເລືອກຕັ້ງ ເຊິ່ງຄົນທໍາອິດຄື ປະທານາທິບໍດີ ລິນດອນ ບີ. ຈອນສັນ ຈາກພັກເດໂມແຄຣດ ໃນປີ 1968.
ຂະນະດຽວກັນ, ທ່ານ ໄບເດນ ຢືນຢັນການສະໜັບສະໜູນ ຮອງປະທານາທິບໍດີ ກະມະລາ ແຮຣິສ ໃຫ້ເປັນຕົວແທນພັກຄົນໃໝ່ ເນື່ອງຈາກນາງເປັນບຸກຄົນເໝາະສົມ ແລະ ພ້ອມສູງສຸດໃນເວລານີ້ ເຊິ່ງນາງ ແຮຣິສ ຕອບຮັບ ດ້ວຍການຢືນຢັນຄວາມພ້ອມຂອງຕົນເອງໃນການສ້າງຄວາມສາມັກຄີໃຫ້ອາເມລິກາ.

