ທີມຊາດເຊີເບຍ ປະກາດປົດ ມຸສລິນ ອອກຈາກຕຳແໜ່ງຜູ້ຈັດການທີມແລ້ວ

ທີມຊາດເຊີເບຍ ປະກາດ ປົດ ສະລາໂວລຍຸບ ມຸສລິນ ອອກຈາກຕຳແໜ່ງຜູ້ຈັດການທີມຢ່າງເປັນທາງການ.
ເຖິງວ່າ ມຸສລິນ ອາຍຸ 64 ປີ ຈະພາທີມຜ່ານເຂົ້າໄປຫຼິ້ນ ບານໂລກ ທີ່ປະເທດຣັດເຊຍ ກາງປີໜ້າ ຊິ່ງນັບເປັນການໄປ ຫຼິ້້ນລາຍການໃຫຍ່ຮອບສຸດ ທ້າຍໃນຮອບ 8 ປີ ແຕ່ເຖິງ ແນວໃດກໍຕາມ ດ້ວຍບັນຫາ ພາຍໃນ ເຮັດໃຫ້ລາວພາດຄຸມ ທີມຊາດເຊີເບຍ ໃນການແຂ່ງ ຂັນບານໂລກຮຽບຮ້ອຍແລ້ວ.
ໂດຍທາງ ສະຫະພັນ ບານເຕະເຊີເບຍ ຖະແຫຼງການ ຢືນຢັນການປົດ ມຸສລິນ ພ້ອມ ແຕ່ງຕັ້ງ ມະລາເດນ ເຄິສຕາ ຍິດ ຜູ້ຊ່ວຍຄຸມທີມແທນໃນ ເກມອຸ່ນເຄື່ອງກັບ ສປ ຈີນ ແລະ ສ.ເກົາຫຼີ ໃນເດືອນພະ ຈິກ ຈົນກວ່າຈະມີການແແຕ່ງ ຕັ້ງຜູ້ຈັດການທີມຄົນໃໝ່.
ເປັນທີ່ຄາດກັນວ່າ ຈຸດສຳ ຄັນທີ່ເຮັດໃຫ້ ມຸສລິນ ຖືກປົດ ເພາະວ່າລາວບໍ່ຍອມຮຽກໂຕ ເຊເກ ມິລິນ ໂຄວິດ-ຊາວິດ ກອງກາງໂຕເກັ່ງຂອງທີມ ລາຊິໂອ ຕິດທີມຊາດ ເຖິງວ່າ ນັກເຕະຄົນນີ້ຈະເຮັດຜົນງານ ໄດ້ດີປານໃດກໍຕາມ ເຮັດໃຫ້ ລະດັບຫົວໜ້າຂອງທີມລວມ ເຖິງກອງເຊຍບໍ່ພໍໃຈເປັນຢ່າງຫຼາຍ ລວມໄປເຖິງລະບົບການ ຫຼິ້ນໃນທີມທີ່ເບິ່ງຈະບໍ່ຖືກໃຈ ຫົວໜ້າບໍລິຫານເທົ່າທີ່ຄວນ.