ທ່ານ ໂດນັລ ທຣຳ ຖືກລອບຍິງໃສ່ບໍລິເວນຫູ ໃນຂະນະທີ່ກ່າວປາໄສ

ສຳນັກງານຂ່າວ CNN ລາຍງານວ່າ: ອະດີດປະທານາທິບໍດີສະຫະລັດ ອາເມລິກາ ທ່ານ ໂດນັລ ທຣຳ ຖືກລອບຍິງໃສ່ບໍລິເວນຫູ ໃນຂະນະທີ່ກ່າວປາໄສໃນເມືອງບັດເລີ ລັດເພນຊິນເວເນຍ ໃນວັນເສົາ 13 ກໍລະກົດ 2024, ເຮັດໃຫ້ບາດເຈັບໃບໜ້າເຕັມໄປດ້ວຍເລືອດ, ເຈົ້າໜ້າທີ່ຮັກສາຄວາມປອດໄພ ໄດ້ຮີບຟ້າວນຳຕົວຜູ້ກ່ຽວອອກຈາກເວທີທັນທີ ແລະ ໄດ້ນຳສົ່ງໄປໂຮງໝໍ. ຂະນະທີ່ເຈົ້າຕົວຍັງຫັນໜ້າມາຍົກກຳປັ້ນຂຶ້ນໃຫ້ຜູ້ທີ່ເຂົ້າຮ່ວມຟັງຄຳປາໃສໃນງານ.
ນອກນີ້ຍັງມີລາຍງານວ່າ: ຄົນຮ້າຍທີ່ລອບສັງຫານ ທ່ານ ໂດນັລ ທຣຳ ຖືກເຈົ້າໜ້າທີ່ວິສາມັນເສຍຊີວິດແລ້ວ ແລະ ມີຜູ້ເຂົ້າຮ່ວມງານເສຍຊີວິດອີກ 1 ຄົນ.
ສ່ວນທາງດ້ານ ປະທານາທິບໍດີ ໂຈໄບເດັນ ກ່າວໃນຖະແຫລງຫລັງເກີດເຫດວ່າ: ຈະສົນທະນາກັບ ທ່ານ ໂດນັລ ທຣຳ ໃຫ້ໄວເທົ່າທີ່ຈະໄວໄດ້. ປັດຈຸບັນ ທ່ານ ທຣຳ ຍັງຢູ່ໃນຊ່ວງການປິ່ນປົວ.

