ແຂວງເຊກອງ ເກີນດຸນການຄ້າປະມານ 85 ລ້ານກວ່າໂດລາ ຍ້ອນວິສາຫະກິດ ທຸກຂະໜາດ ສາມາດແຂ່ງຂັນກັບຕະຫລາດໄດ້

ທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ ລາຍງານໃນກອງປະຊຸມຄົບຄະນະບໍລິຫານງານພັກແຂວງ (ເປີດກວ້າງ) ຄັ້ງທີ 10 ສະໄໝທີ X ວັນທີ 10-12 ກໍລະກົດ 2024ນີ້ວ່າ: ໃນ 6 ເດືອນຕົ້ນປີ 2024, ແຂວງເຊກອງ ນໍາເຂົ້າສິນຄ້າໄດ້ຫຼາຍກວ່າ 1 ລ້ານໂດລາສະຫະລັດ, ທຽບໃສ່ແຜນປີປະຕິບັດໄດ້ຫຼາຍກວ່າ 6% ແລະ ຜະລິດສິນຄ້າສົ່ງອອກຫຼາຍກວ່າ 86 ລ້ານໂດລາສະຫະລັດ, ທຽບໃສ່ແຜນປີ ປະຕິບັດໄດ້ຫຼາຍກວ່າ 33% ເຮັດໃຫ້ເກີນດຸນການຄ້າປະມານ 85 ລ້ານກວ່າໂດລາສະຫະລັດ ແລະ ການຈໍລະຈອນສິນຄ້າຂາຍຍົກ-ຂາຍຍ່ອຍປະຕິບັດໄດ້ 227 ຕື້ກວ່າກີບ ທຽບໃສ່ແຜນເທົ່າປະຕິບັດໄດ້ຫຼາຍກວ່າ 78%.
ຍ້ອນວ່າ ຜ່ານມາ, ແຂວງເຊກອງກໍ່ຄື ຂະແໜງອຸດສາຫະກໍາ ແລະ ການຄ້າແຂວງ ໄດ້ສຸມໃສ່ພັດທະນາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ໄປສູ່ຄຸນນະພາບໃໝ່ ໃຫ້ເຂັ້ມແຂງ ແລະ ສາມາດແຂ່ງຂັນກັບຕະຫລາດພາຍໃນ-ພາຍນອກ; ເອົາໃຈໃສ່ສ້າງທຸກເງື່ອນໄຂ ແລະ ຊຸກຍູ້ສົ່ງເສີມການຜະລິດເສດຖະກິດທໍາມະຊາດ ໄປສູ່ການຜະລິດເສດຖະກິດການຄ້າ ແລະ ເອົາໃຈໃສ່ສ້າງສິ່ງອໍານວຍໃຫ້ຜູ້ປະກອບການ-ນັກທຸລະກິດພາກເອກະຊົນພາຍໃນ ແລະ ຕ່າງປະເທດ ລົງທຶນໃນການສ້າງຕັ້ງ ແລະ ຂະຫຍາຍທຸລະກິດໃຫ້ກວ້າງອອກ ເປັນຕົ້ນ ສ້າງຕັ້ງໂຮງງານອຸດສາຫະກໍາປຸງແຕ່ງຕ່າງໆ ແລະ ຊຸກຍູ້ໂຮງງານປຸງແຕ່ງທີ່ມີແລ້ວໃຫ້ເຄື່ອນໄຫວ ແລະ ດໍາເນີນທຸລະກິດໄດ້ຢ່າງຕໍ່ເນື່ອງ ພາຍໃຕ້ກອບກົດໝາຍ ຕິດພັນກັບການນໍາໃຊ້ວັດຖຸດິບພາຍໃນ, ປົກປັກຮັກສາສິ່ງແວດລ້ອມ ແລະ ການພັດທະນາແບບຍືນຍົງ.
ນອກນີ້ກໍສາມາດຂຶ້ນ ແລະ ດັດແກ້ທະບຽນໄດ້ທັງໝົດ 109 ຫົວໜ່ວຍ ທຶນຈົດທະບຽນ 1,406 ຕື້ກວ່າກີບ. ໃນນັ້ນ, ອອກໃໝ່ 79 ຫົວໜ່ວຍ ທຶນຈົດທະບຽນຫຼາຍກວ່າ 388 ຕື້ກີບ, ດັດແກ້ປ່ຽນແປງ 25 ຫົວໜ່ວຍ ທຶນຈົດທະບຽນ 1,000 ຕື້ກວ່າກີບ ແລະ ສາຂາ 5 ຫົວໜ່ວຍ ທຶນຈົດທະບຽນ 10 ຕື້ກີບ.

