ບໍລິສັດຕັນຈອງມໍເຕີລາວແນະນຳລົດຮຸ້ນໃໝ່

ພິທີເປີດໂຕລົດນິດສັນເອັກເທວຮຸ້ນໃຫມ່ປີ 2018 ໄດ້ມີຂຶ້ນໃນວັນທີ 28 ຕຸລານີ້, ຢູ່ເດີ່ນກິລາລ້ານຊ້າງນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ອິນຊິກ ໂມອິນິ ອີຕັນ ເອກອັກຄະລັດສະທູດມາເລເຊຍປະຈຳລາວ, ທ່ານ ທັນໄຕຮິງ ປະທານບໍລິສັດຕັນຈອງ ມໍເຕີລາວ ພ້ອມດ້ວຍມວນຊົນເຂົ້າຮ່ວມຢ່າງຫລວງຫລາຍ.
ທ່ານປະທານບໍລິສັດຕັນຈອງມໍເຕີລາວ ໄດ້ມີຄຳເຫັນວ່າ: ນິດສັນເອັກເທວໃໝ່ແມ່ນໜຶ່ງໃນລົດນິດສັນລຸ້ນຍອດນິຍົມສຳລັບການເດີນທາງທຸກທີ່ທຸກເວລາ ດ້ວຍການເພີ່ມເຕັກໂນໂລຊີການຂັບເຄື່ອນທີ່ທັນສະໄໝລ່າສຸດ, ຊຶ່ງຜ່ານໄລຍະເວລາພຽງແຕ່ 17 ປີນິດສັນເອັກເທວໄດ້ກາຍເປັນລົດຮຸ້ນຄອສໂອເວີທີ່ຂາຍດີທີ່ສຸດໃນໂລກທີ່ມີຂາຍໄດ້ຫລາຍກວ່າ 3,7 ລ້ານຄັນນັບແຕ່ໃນປີ 2000 ເປັນຕົ້ນມາ, ຊຶ່ງລົດນິດສັນເອັກເທວ 2018 ແມ່ນໄດ້ປະສົມປະສານຂະໜາດທັງໝົດແບບກະທັດຮັດກວ້າງຂວາງ ແລະ ສາມາດເປີດປະຕູດ້ານຫລັງ ເພື່ອການເຂົ້າ-ອອກໄດ້ງ່າຍຂຶ້ນ, ໂຄງສ້າງແມ່ນມີການປັບປ່ຽນທີ່ເໝາະສົມລະຫວ່າງການບັນຈຸສິ່ງຂອງ ແລະ ຈຳນວນຜູ້ໂດຍສານ, ບ່ອນນັ່ງແຖວ 2 ແລະ ແຖວ 3 ສາມາດພັບລົງໄດ້, ເຊິ່ງຈະເພີ່ມບ່ອນຫວ່າງສຳລັບການບັນຈຸສິ່ງຂອງໄດ້ຫລາຍຂຶ້ນ, ເພື່ອເຮັດໃຫ້ລູກຄ້າຮູ້ສຶກໝັ້ນໃຈ ແລະ ເພີ່ມຄວາມປອດໄພໃນການຂັບຂີ່.

