ກຳປູເຈຍຢືນຢັນ ພົບຜູ້ຕິດເຊື້ອໄວຣັສໄຂ້ຫວັດສັດປີກຄົນທີ 6 ແລ້ວໃນປີນີ້

ເດັກນ້ອຍເພດຊາຍເຊິ່ງອາໄສຢູ່ທາງຕອນໃຕ້ຂອງກໍາປູເຈຍ ເປັນຄົນເຈັບຈາກການຕິດເຊື້ອໄວຣັສໄຂ້ຫວັດສັດປີກ H5N1 ຄົນທີ 6 ຂອງປະເທດແລ້ວ ນັບແຕ່ຕົ້ນປີນີ້.
ວັນທີ 7 ກໍລະກົດ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ກະຊວງສາທາລະນະສຸກກໍາປູເຈຍອອກຖະແຫລງການ ຢືນຢັນການພົບຜູ້ຕິດເຊື້ອໄວຣັສໄຂ້ຫວັດສັດປີກ H5N1 ຄົນທີ 6 ຂອງປະເທດແລ້ວໃນປີນີ້ ເປັນເດັກນ້ອຍເພດຊາຍອາຍຸ 3 ປີ ອາໄສຢູ່ແຂວງຕາແກ້ວ ທາງຕາເວັນອອກສຽງໃຕ້ຂອງປະເທດ.
ປັດຈຸບັນ ເດັກຄົນດັ່ງກ່າວຢູ່ພາຍໃຕ້ການເບິ່ງແຍງຢ່າງໃກ້ຊິດຂອງຄະນະແພດ ມີອາການຫລັກຄື ໄອ, ຫາຍໃຈຕິດຂັດ ແລະ ເມື່ອຍ. ຂະນະທີ່ຜົນການສອບສວນພະຍາດໃນເບື້ອງຕົ້ນພົບວ່າ: ປະມານ 10 ວັນ ກ່ອນເດັກຄົນນີ້ບໍ່ສະບາຍ ມີໄກ່ ແລະ ເປັດເຊິ່ງອາໄສຢູ່ໃນຄຸ້ມບ້ານຕາຍຈໍານວນໜຶ່ງ ເດັກຊາຍສໍາຜັດກັບຊາກສັດປີກເຫລົ່ານັ້ນ.
ຍິ່ງໄປກວ່ານັ້ນ ຄອບຄົວຂອງເດັກຊາຍນໍາເອົາໄກ່ ແລະ ເປັດທີ່ຕາຍແລ້ວເຫລົ່ານັ້ນມາເຮັດອາຫານ. ສ່ວນກຸ່ມຜູ້ສໍາຜັດໃກ້ຊິດກັບຄົນເຈັບຢູ່ພາຍໃຕ້ການເບິ່ງແຍງຂອງຄະນະແພດ ເຊິ່ງແຕ່ລະຄົນໄດ້ຮັບຢາຕ້ານໄວຣັສແລ້ວ.
ໃນບັນດາຄົນເຈັບຈາກເຊື້ອໄວຣັສໄຂ້ຫວັດສັດປີກ H5N1 ທີ່ກໍາປູເຈຍຢືນຢັນຢ່າງໜ້ອຍ 6 ຄົນແລ້ວໃນປີນີ້ນັ້ນ ເປັນເດັກນ້ອຍ 5 ຄົນ ແລະ ຜູ້ໃຫຍ່ 1 ຄົນ ໂດຍມີຄົນເຈັບເດັກເສຍຊີວິດແລ້ວຄົນໜຶ່ງ ແລະ ຄົນເຈັບທຸກຄົນມີປະຫວັດການສໍາຜັດກັບຊາກສັດປີກ ຫລື ສັດປີກທີ່ກໍາລັງເຈັບເປັນ.
ນັບແຕ່ປີ 2003 ຈົນເຖິງປັດຈຸບັນ ກໍາປູເຈຍຢືນຢັນຜູ້ຕິດເຊື້ອໄວຣັສໄຂ້ຫວັດສັດປີກ H5N1 ສະສົມຢ່າງໜ້ອຍ 68 ຄົນ ໃນຈໍານວນນີ້ເສຍຊີວິດແລ້ວ 42 ຄົນ.

