ລາວ ແລະ ສ.ເກົາຫລີ ລົງນາມຮ່ວມມືປັບປຸງລະບົບເຕືອນໄພລ່ວງໜ້າ ເພື່ອຕອບໂຕ້ກັບໄພພິບັດທາງທຳມະຊາດຢູ່ ສປປ ລາວ

ວັນທີ 19 ມິຖຸນາ 2024 ຢູ່ອົງການອຸຕຸນິຍົມ ກະຊວງສິ່ງແວດລ້ອມ ນະຄອນຫລວງ ເຊອູນ ສ. ເກົາຫລີ ຮ່ວມກັບ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ)ຂອງລາວ. ໄດ້ຈັດກອງປະຊຸມ ແລະ ເຊັນບົດບັນທຶກການປຶກສາຫາລື ໂຄງການປັບປຸງລະບົບແຈ້ງເຕືອນໄພລ່ວງໜ້າ ເພື່ອຕອບໂຕ້ກັບໄພພິບັດທາງທຳມະຊາດ ຢູ່ ສປປ ລາວ, ຮ່ວມລົງນາມລະຫວ່າງ ທ່ານ Hee-Dong YOO ຫົວໜ້າອົງການອຸຕຸນິຍົມ ສ. ເກົາຫລີ ແລະ ທ່ານ ອານົງສອນ ພົມມະຈັນ ຫົວໜ້າຫ້ອງການ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ).
ໂຄງການປັບປຸງລະບົບແຈ້ງເຕືອນໄພລ່ວງໜ້າ ເພື່ອຕອບໂຕ້ກັບໄພພິບັດທາງທຳມະຊາດຢູ່ ສປປ ລາວ ເປັນໂຄງການໃໝ່ທີ່ ລັດຖະບານ ສ. ເກົາຫລີ ໄດ້ອະນຸມັດໃຫ້ການຊ່ວຍເຫລືອ, ໄລຍະເວລາການຈັດຕັ້ງປະຕິບັດ 4 ປີ (ແຕ່ປີ 2024 – 2027) ໃນງົບປະມານທັງໝົດປະມານ 4 ລ້ານໂດລາສາຫະລັດ, ທັງນີ້ກໍເພື່ອຍົກລະດັບຂີດຄວາມສາມາດໃນການຮັບມືກັບສະພາບອາກາດຮ້າຍແຮງໃນ ສປປ ລາວ ເພື່ອຫລຸດຜ່ອນຜົນເສຍຫາຍທາງດ້ານຊີວິດ ແລະ ສັບສິນ; ປັບປຸງໂຄງລ່າງພື້ນຖານດ້ານອຸຕຸນິຍົມ ແລະ ອຸທົກກະສາດໃຫ້ທັນສະໃໝ່ ໂດຍສະເພາະໃນວຽກງານເຝົ້າລະວັງສະພາບອາກາດຮ້າຍແຮງ, ນໍ້າຖ້ວມ ແລະ ແຈ້ງເຕືອນໄພລ່ວງໜ້າ.
ຜົນກະທົບຈາກໄພພິບັດທາງມະຊາດໃນ ສປປ ລາວ ແມ່ນເນື່ອງມາຈາກການປ່ຽນແປງສະພາບພູມອາກາດ ເຊັ່ນ: ໄພແຫ້ງແລ້ງ, ນໍ້າຖ້ວມ, ດິນເຈື່ອນ ແລະ ພາຍຸໜຸນເຂດຮ້ອນພັດຜ່ານ ໄດ້ສ້າງຜົນເສຍຫາຍທາງດ້ານຊີວິດ ຊັບສິນຂອງປະຊາຊົນ, ເສດຖະກິດຂອງຊາດ ແລະ ເປັນສິ່ງກີດຂວາງການພັດທະ ນາເສດຖະກິດ-ສັງຄົມໃນ ສປປ ລາວ ຕື່ມອີກ.

