ເສຍຫາຍ 70 ກວ່າລ້ານກີບ ຈາກເຫດການນໍ້າຖ້ວມຊຸ ຢູ່ເມືອງຫລາແຂວງອຸດົມໄຊ

ຫ້ອງການຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງຫລາ ແຂວງອຸດົມໄຊ ລາຍງານວ່າ: ໃນວັນທີ 17 ພຶດສະພາ 2024, ມີຝົນຕົກໜັກຕິດຕໍ່ກັນ ເປັນເວລາຫລາຍຊົ່ວໂມງ ຢູ່ເມືອງຫລາ ເຮັດໃຫ້ນໍ້າຫ້ວຍແຫລ ແລະ ນໍ້າຫລາ ໄຫລຊຸ ເຂົ້າຖ້ວມຈຸດບໍລິການກວດກາເອກະສານຊົ່ວຄາວ (ຫລັກ 24) ເຮັດໃຫ້ເຮືອນປ້ອມຍາມ 1 ຫລັງ, ຫ້ອງນໍ້າ 1 ຫ້ອງ, ເນື້ອທີ່ດິນຖືກຖົມຈຳນວນໜຶ່ງ ແລະ ປ້ຳນ້ຳມັນ ຖືກນ້ຳຖ້ວມ ສ້າງຜົນເສຍຫາຍທັງໝົດ 70 ກວ່າລ້ານກີບ.

ຢ່າງໃດກໍຕາມ ໃນໄລຍະລະດູຝົນ ໃຫ້ປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ໂດຍສະເພາະ ປະຊາຊົນ ທີ່ອາໄສຢູ່ລຽບຕາມແມ່ນ້ຳ, ຫ້ວຍ, ຮ່ອງຕ່າງໆ ໃຫ້ມີສະຕິລະມັດລະວັງຕົວ, ກຽມພ້ອມທຸກສະຖານະການ, ໃຫ້ຕິດຕາມສະພາບອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ເປັນປະຈຳ ເພື່ອຫລີກລ້ຽງຜົນເສຍຫາຍ ທີ່ອາດຈະເກີດຂຶ້ນ ທາງດ້ານຊີວິດ ແລະ ຊັບສິນ.

ຂ່າວ: ຖວທ ເມືອງຫລາ