ເຈົ້າໜ້າທີ່ການຄ້າ ຈຳປາສັກ ທໍາລາຍກາເຟ ປອມແປງ ລອກຮຽນແບບ

ວັນທີ 17 ພຶດສະພາ 2024 ນີ້, ເຈົ້າໜ້າທີ່ການຄ້າ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຈໍາປາສັກ ໄດ້ທໍາລາຍກາເຟຍີ່ຫໍ້ NESCAFE ທີ່ເປັນສິນຄ້າປອມແປງ ຫລື ລອກຮຽນແບບ ຈໍານວນ 266 ຖົງ ທີ່ເຈົ້າໜ້າທີ່ກ່ຽວຂ້ອງໄດ້ລົງກວດກາພົບເຫັນ ແລະ ຍຶດມາຈາກ ຮ້ານຄ້າເປົ້າໝາຍໃນການກວດກາ 3 ເມືອງ ຄື: ນະຄອນປາກເຊ, ເມືອງສຸຂຸມາ, ເມືອງປາກຊ່ອງ.

ທ່ານ ຄໍາແດງ ພົມມາພັກດີ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ກ່າວວ່າ: ການທຳລາຍສິນຄ້າດັ່ງກ່າວ ກໍເພື່ອເປັນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຜູ້ຊົມໃຊ້, ທັງເປັນການປົກປ້ອງສິດຂອງເຈົ້າຂອງຊັບສິນທາງປັນຍາທີ່ໄດ້ຈົດທະບຽນຖືກຕ້ອງ ຢູ່ ສປປ ລາວ. ພ້ອມທັງເນັ້ນໃຫ້ຄະນະກຳມະການກວດກາສິນຄ້າຂັ້ນແຂວງ, ຂັ້ນເມືອງສືບຕໍ່ເປັນເຈົ້າການໃນການຈັດຕັ້ງປະຕິບັດວຽກງານກວດກາສິນຄ້າຢ່າງເຂັ້ມງວດ ແນໃສ່ເພື່ອຮັບປະກັນປົກປ້ອງຜົນປະໂຫຍດຂອງຜູ້ບໍລິໂພກສິນຄ້າ ໃຫ້ໄດ້ບໍລິໂພກສິນຄ້າທີ່ມີຄຸນນະພາບດີ.

ຂໍ້ມູນ: ໜັງສືພິມ ຈຳປາໃໝ່