ມອບ-ຮັບໜ້າທີ່ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຜູ້ໃໝ່ ຢ່າງເປັນທາງການ

ວັນທີ 6 ພຶດສະພາ 2024 ນີ້, ໄດ້ຈັດພິທີມອບ-ຮັບໜ້າທີ່ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຢ່າງເປັນທາງການ ລະຫວ່າງ ທ່ານ ຄຳເຈນ ວົງໂພສີ ຜູ້ເກົ່າ ແລະ ທ່ານ ເພັດ ພົມພິພັກ ຜູ້ໃໝ່. ໂດຍການເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ.