ອຸປະຕິເຫດ ເຫດລົດໃຫຍ່ຕຳຫລັກເສົາໄຟ ເຂດບ້ານດອນນົກຂຸ້ມ ເມືອງສີສັດຕະນາກ ເສຍຊີວິດ 1 ຄົນ, ບາດເຈັບ 1 ຄົນ

ເວລາປະມານ 00:38 ໂມງ ຂອງວັນທີ 29 ເມສາ 2024 ນີ້, ເກີດອຸປະຕິເຫດ ເຫດລົດໃຫຍ່ຕຳຫລັກເສົາໄຟ ເຂດບ້ານດອນນົກຂຸ້ມ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ, ເຮັດໃຫ້ມີຜູ້ເສຍຊີວິດຄາທີ່ຕິດຢູ່ໃນລົດ 1 ຄົນ ເປັນເພດຊາຍ ອາຍຸ 27 ປີ ແລະ ມີບາດເຈັບ 1 ຄົນ ເພດຊາຍ ອາຍຸ 32 ປີ ເຊິ່ງທາງໜ່ວຍກູ້ໄພໄດ້ນຳສົ່ງຄົນເຈັບໄປໂຮງໝໍແລ້ວ.

ສ່ວນສາເຫດ ແລະ ຄວາມເສຍຫາຍຈະລາຍງານໃຫ້ຮັບຊາບຕື່ມພາຍຫລັງ.