ທ່ານ ໄບເດນ ລົງນາມກົດໝາຍຫ້າມນໍາໃຊ້ TikTok ຢູ່ອາເມລິກາ ບີບບັງຄັບໃຫ້ຂາຍກິດຈະການພາຍໃນ 270 ວັນຂາຍ

ທ່ານ ໂຈໂຊຈື ຜູ້ບໍລິຫານ TikTok ປະກາດໃນວັນທີ 24 ເມສາວ່າ: ທ່ານເຊື່ອວ່າ TikTok ຈະຜ່ານດ່ານກົດໝາຍຫ້າມນໍາໃຊ້ຂອງອາເມລິກາໄດ້ ຫລັງຈາກປະທານາທິບໍດີ ໂຈ ໄບເດນ ໄດ້ລົງນາມບັງຄັບໃຊ້ກົດໝາຍເພື່ອບີບບັງຄັບໃຫ້ TikTok ຕ້ອງຂາຍກິດຈະການ ບໍ່ດັ່ງນັ້ນຈະຖືກຫ້າມນໍາໃຊ້ຢູ່ອາເມລິກາ ເຊິ່ງເປັນໜຶ່ງໃນປະເທດທີ່ມີການນໍາໃຊ້ TikTok ສູງສຸດໃນໂລກ ມີຜູ້ນຳໃຊ້ຫຼາຍເຖິງ 170 ລ້ານຄົນ.
ການເຄື່ອນໄຫວດັ່ງກ່າວມີຂຶ້ນວັນທີ 24 ເມສານີ້, ພາຍຫລັງທີ່ ທ່ານ ໄບເດນ ປະທານາທິບໍດີ ອາເມລິກາໄດ້ລົງນາມໃນກົດໝາຍສະບັບໃໝ່ ເຊິ່ງມີຂໍ້ກໍານົດໃຫ້ ByteDane ຂາຍກິດຈະການ TikTok ຢູ່ອາເມລິກາ ພາຍໃນ 270 ວັນ, ຖ້າບໍ່ດັ່ງນັ້ນຈະຖືກຫ້າມນໍາໃຊ້ຢູ່ອາເມລິກາ ແລະ ຕໍ່ມາທ່ານ ໂຈໂຊຈື ໄດ້ໂພສວິດີໂອລົງໃນໂຊຊຽວມີເດຍ ໂດຍກ່າວວ່າ: “ວາງໃຈໄດ້ ພວກເຮົາຈະບໍ່ໄປໃສ… ຂໍ້ມູນຄວາມຈິງ ແລະ ລັດຖະທໍາມະນູນຢູ່ຝ່າຍເຮົາ ແລະ ເຮົາຄາດວ່າຈະໄດ້ຮັບໄຊຊະນະອີກ”.
ເຊິ່ງແປວ່າເສັ້ນຕາຍຂອງ TikTok ຈະກົງກັບວັນທີ 19 ມັງກອນ 2025 ຫລື ພຽງ 1 ວັນກ່ອນທ່ານ ໄບເດນ ຈະໝົດວາລະການດໍາລົງຕໍາແໜ່ງ, ແຕ່ທ່ານສາມາດຂະຫຍາຍກໍານົດເວລາອອກໄປໄດ້ອີກ 3 ເດືອນ ຖ້າເຫັນວ່າ ByteDance ມີຄວາມຄືບໜ້າກ່ຽວກັບບັນຫາດັ່ງກ່າວ.
ໃນຫລາຍປີຜ່ານມາ ນັບແຕ່ TikTok ກ້າວຂຶ້ນເປັນໜຶ່ງໃນແອັບພິເຄຊັນຍອດນິຍົມຂອງຊາວອາເມລິກາ, ສະມາຊິກສະພານິຕິບັນຍັດຂອງອາເມລິກາ ເກີດຄວາມກັງວົນວ່າລັດຖະບານຈີນອາດຈະສາມາດເຂົ້າເຖິງຂໍ້ມູນຂອງປະຊາຊົນໃນປະເທດໄດ້ຜ່ານການປະສານງານກັບ TikTok ເຊິ່ງໃນວັນທີ 23 ເມສາ ວຸດທິສະພາອາເມລິກາໄດ້ເປີດໄຟຂຽວໃຫ້ຮ່າງກົດໝາຍດັ່ງກ່າວ ໂດຍໄດ້ຮັບສຽງສະໜັບສະໜູນຈໍານວນຫລາຍຈາກສະມາຊິກຂອງທັງ 2 ພັກ.
ນອກຈາກນີ້, ກົດໝາຍດັ່ງກ່າວຍັງຖືເປັນເຄື່ອງມືໃໝ່ທີ່ລັດຖະບານອາເມລິກາຈະໃຊ້ອອກຄໍາສັ່ງຫ້າມນໍາໃຊ້ ຫລື ບັງຄັບໃຫ້ແອັບພິເຄຊັນຕ່າງປະເທດຂາຍກິດຈະການ ຖ້າເຫັນວ່າເປັນໄພຄຸກຄາມຄວາມໝັ້ນຄົງຂອງປະເທດ.
ຖ້າ ByteDance ບໍ່ຍອມຂາຍກິດຈະການ TikTok ຜູ້ໃຫ້ບໍລິການດາວໂຫລດແອັບພິເຄຊັນ ຄື Apple, Google ແລະ ອື່ນໆ ຈະບໍ່ສາມາດເປີດໃຫ້ດາວໂຫລດ TikTok ຫລື ໃຫ້ບໍລິການ Web Hosting ຢ່າງຖືກກົດໝາຍແກ່ແອັບພິເຄຊັນພາຍໃຕ້ຮົ່ມເງົາຂອງ ByteDance ຫລື ເວັບໄຊຂອງ TikTok ໄດ້.
ຂະນະດຽວກັນ, ນັກການເມືອງບາງກຸ່ມໄດ້ຮຽກຮ້ອງໃຫ້ລັດຖະບານອາເມລິກາ ທົບທວນຢ່າງ ໜັກເຖິງຜົນກະທົບທີ່ຈະຕາມມາ ໂດຍສະເພາະຕໍ່ຊະຕາກໍາຂອງພະນັກງານ TikTok ຢູ່ອາເມລິກາ 8.000 ກວ່າຄົນ ເຊິ່ງສ່ວນຫລາຍຢູ່ນິວຢອກ ຫລື ແຄລິຟໍເນຍ.
ອ້າງອີງ:
- https://www.reuters.com/technology/tiktok-ceo-expects-defeat-us-restrictions-we-arent-going-anywhere-2024-04-24/
- https://www.reuters.com/world/us/after-battle-with-republicans-biden-sign-ukraine-aid-package-2024-04-24/
- https://edition.cnn.com/2024/04/24/tech/tiktok-ban-bytedance-split-the-world-further-intl-hnk/index.html

