ວັດສຣີດອນສັກ ຈັດພິທີສົງນໍ້າພຣະມະເຫສັກ ເປັນພຣະພຸດທະຮູບເກົ່າແກ່ຄູ່ບ້ານຄວ້ານໃນເມື່ອກ່ອນ

ວັນທີ 17 ເມສາ 2024, ວັດສຣີດອນສັກ ບ້ານສາມຫລ່ຽມຄຳ ເມືອງ ຕົ້ນເຜິ້ງ ແຂວງບໍ່ແກ້ວ ຈັດພິທີສົງນໍ້າພຣະມະເຫສັກ ເຊິ່ງເປັນພຣະພຸດທະຮູບເກົ່າແກ່ຄູ່ບ້ານຄວ້ານໃນເມື່ອກ່ອນ, ພິທີຄັ້ງນີ້, ໄດ້ມີການອາຣາດທະນາອັງເຊີນ ພຣະມະເຫສັກລົງຈາກແທ່ນປະດິດສະຖານ ແລະ ແຫ່ອ້ອມບ້ານ ເພື່ອຄວາມເປັນສິລິມຸງຄຸນ ເຊິ່ງນໍາຂະບວນແຫ່ ໂດຍ ພຣະສົງ – ສາມະເນນ.

ໃນລະຫວ່າງຂະບວນແຫ່ໄດ້ມີພຸດທະສາສານິກະຊົນນໍາເອົານໍ້າມາຫົດສົງພຣະມະເຫສັກ, ຫົດສົງພຣະສົງ – ສາມະເນນ ແລະ ຫົດນໍ້າອວຍພອນປີໃໝ່ເຊິ່ງກັນ ແລະ ກັນ ດ້ວຍບັນຍາກາດເປີກບ້ານມ່ວນຊື່ນ, ພາຍຫລັງສົງນໍ້າສຳເລັດ ໄດ້ມີພິທີສົມມາຄາລະວະ ແລະ ອາຣາດທະນາອັງເຊີນຂຶ້ນສູ່ແທ່ນປະດິດສະຖານດັ່ງເດີມ.