ຫລວງນ້ຳທາ ທຳລາຍອາວຸດລ່າເນື້ອ ແລະ ອຸປະກອນຕ້ອງຫ້າມໃນການທຳລາຍສັດນໍ້າ-ສັດປ່າ ຫລາຍລາຍການ

ວັນທີ 21 ມີນາ 2024, ກອງບັນຊາການ ປກສ ເມືອງຫລວງນ້ຳທາ ແຂວງຫລວງນ້ຳທາ ທໍາລາຍ ອາວຸດລ່າເນື້ອ ແລະ ອຸປະກອນ ຕ້ອງຫ້າມໃນການທໍາລາຍສັດນ້ຳ, ສັດປ່າ ຜິດກົດໝາຍ ປະກອບມີອາວຸດລ່າເນື້ອປະເພດ ປືນແກັບ 58 ກະບອກ, ປືນແມັກ 12 ກະບອກ, ປືນເບີ 2 ກະບອກ, ເລົາປືນ 5 ເລົາ, ລູກຫວ່ານ (ລູກຄາງ) ນໍ້າໜັກ 3.120 ກິໂລກຣາມ, ລູກປືນ (ລູກອັດຍິງເພດານ) 13 ແກັດ, ໝໍ້ຊອດປາ 6 ໜ່ວຍ, ຈັກສະຕິນ 32 ເຄື່ອງ, ບາຈັກສະຕິນ 4 ບາ.
ເຄື່ອງຜິດກົດໝາຍຈຳນວນນີ້ໄດ້ມາຈາກການເຄື່ອນໄຫວຂອງເຈົ້າໜ້າທີ່ພະແນກຕໍາຫລວດ ປກສ ເມືອງສົມ ທົບກັບ ປກສ ກຸ່ມບ້ານ, ອຳນາດປົກຄອງບ້ານ ແລະ ຫ້ອງການກະສິກຳ-ປ່າໄມ້ເມືອງ ລົງກວດກາຢູ່ບັນດາຮ້ານພາຍໃນເມືອງ ທີ່ລັກລອບ ຄ້າ-ຂາຍ ສິນຄ້າເກືອດຫ້າມ ທີ່ເປັນອັນຕະລາຍ ແລະ ເປັນບັນຫາປະກົດການຫຍໍ້ທໍ້ໃນສັງຄົມ ກ່ຽວກັບການນຳໃຊ້ອາວຸດປືນ, ອາວຸດລ່າເນື້ອຢ່າງຊະຊາຍ ໂດຍບໍ່ຄຳນຶງເຖິງກົດໝາຍ ແລະ ລະບຽບການ ເຊິ່ງໄດ້ສ້າງຄວາມເສຍໃຫ້ໃຫ້ແກ່ຊີວິດ ແລະ ຊັບສິນຂອງພົນລະເມືອງ.

