ເມືອງມຸນລະປາໂມກ ແຂວງຈຳປາສັກ ຍັງບໍ່ມີິການລະບາດພະຍາດສັດ (ເລືອດດຳ) ຕາມການຂ່າວລື

ວັນທີ 12 ມີນາ 2024 ນີ້, ທ່ານ ຄອນສະຫວັນ ພົມມະວົງສາ ຮອງຫົວໜ້າຫ້ອງການກະສີກຳ ແລະ ປ່າໄມ້ ເມືອງມຸນລະປາໂມກ ແຂວງຈຳປາສັກ ໃຫ້ສຳພາດຜ່ານໜັງສືພິມຈຳປາໃໝ່ວ່າ: ພາຍຫລັງທີ່ມີຂ່າວລືໃນສື່ສັງຄົມອອນລາຍວ່າ ເມືອງມຸນລະປາໂມກ ມີການລະບາດພະຍາດສັດຢູ່ສອງບ້ານຄື: ບ້ານກະດັນ ແລະ ບ້ານນາຂາມ, ທາງຫ້ອງການກະສີກຳ ແລະ ປ່າໄມ້ເມືອງ ກໍໄດ້ແຕ່ງຕັ້ງພະນັກງານວິຊາການທີ່ກ່ຽວຂ້ອງລົງຕິດຕາມກວດກາເກັບກຳຂໍ້ມູນໃນຄອບຄົວຜູ້ທີ່ມີລ້ຽງສັດ, ພ້ອມທັງໄດ້ມີການປະສານສົມທົບພົວພັນກັບກຸ່ມບ້ານ, ອົງການປົກຄອງບ້ານ, ຜ່ານການຕິດຕາມກວດກາເຫັນວ່າ ແມ່ນບໍ່ມີຂໍ້ມູນຄວາມຈິງ ແລະ ສາມາດຢືນຢັນວ່າ ເມືອງມຸນລະປາໂມກບໍ່ມີການລະບາດພະຍາດສັດ.

ທ່ານຮອງຫົວໜ້າຫ້ອງການກະສີກຳ ແລະ ປ່າໄມ້ ເມືອງມຸນລະປາໂມກ ໄດ້ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນຜູ້ທີ່ມີສັດລ້ຽງໃນຄອບຄົວ ຈົ່ງເອົາໃຈໃສ່ຕິດຕາມສັດລ້ຽງຂອງຕົນຢ່າງໃກ້ຊິດ ເພາະວ່າໃນໄລຍະນີ້ກໍເປັນໄລຍະລະດູແລ້ງ, ເປັນໄລຍະລະດູທີ່ຂາດອາຫານ ແລະ ຖ້າຫາກເຫັນວ່າສັດລ້ຽງຂອງຕົນມີອາການຜິດປົກກະຕິໃຫ້ລາຍງານກຸ່ມບ້ານ ແລະ ອົງການຈັດຕັ້ງບ້ານຂອງຕົນ ເພື່ອປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໂດຍສະເພາະແມ່ນຫ້ອງການກະສີກຳ ແລະ ປ່າໄມ້ເມືອງ ລົງສົມທົບ, ແຍກປ່ຽວສັດທີ່ຕິດ ແລະ ປິ່ນ ປົວຢ່າງທັນການ. ນອກນີ້, ພໍ່ຄ້າ, ແມ່ຄ້າສັດຫ້າມເດັດຂາດ ບໍ່ໃຫ້ນໍາເອົາສັດຈາກບ່ອນທີ່ມີການລະບາດ ຫຼື ເມືອງ, ແຂວງອື່ນໆທີ່ມີການລະບາດເຂົ້າມາຂາຍເພື່ອບໍລິໂພກຢູ່ພາຍໃນເມືອງມຸນລະປາໂມກ ຢ່າງເດັດຂາດ.