ໄຂອງປະຊຸມລັດຖະມົນຕີ ເສດຖະກິດ ອາຊຽນ ແບບວົງແຄບ ຄັ້ງທີ 30 ຢູ່ທີ່ຫລວງພະບາງ

ວັນທີ 9 ມີນາ 2024 ໄດ້ໄຂກອງປະຊຸມລັດຖະມົນຕີ ເສດຖະກິດອາຊຽນ ແບບວົງແຄບ ຄັ້ງທີ 30 ຢ່າງເປັນທາງການ ທີ່ນະຄອນຫລວງພະບາງ ພາຍໃຕ້ການເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທັງເປັນລັດຖະມົນຕີ ເສດຖະກິດອາຊຽນຂອງລາວ ແລະ ມີບັນດາລັດຖະມົນຕີເສດຖະກິດອາຊຽນ, ເລຂາທິການໃຫຍ່ອາຊຽນ, ລັດຖະມົນຕີການຄ້າ ແລະ ອຸດສາຫະກໍາ ຕິມໍແລັດສະເຕ, ພ້ອມດ້ວຍຄະນະຜູ້ແທນຂອງປະເທດ ສະມາຊິກອາຊຽນ ເຂົ້າຮ່ວມ.

 ທ່ານ ມະໄລທອງ ກົມມະສິດ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້,  ສະແດງເຖິງຄວາມໝາຍໝັ້ນ ຂອງສະມາຊິກອາ​ຊຽນ ທີ່ຈະສືບຕໍ່ຮ່ວມກັນ ຈັດຕັ້ງປະຕິບັດວິໄສທັດ ການສ້າງປະຊາຄົມອາຊຽນຮອດປີ 2025 ແລະ ການກໍານົດວິໄສທັດ ການສ້າງປະຊາຄົມອາຊຽນໃນປີ 2045.  ສປປ ລາວ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຮັບກຽດເປັນປະທານອາຊຽນ ໃນປີ 2024 ເຊິິ່ງເປັນຊ່ວງເວລາ ທີ່ມີທັງກາລະໂອກາດ ແລະ ສິ່ງທ້າທາຍຫລາຍດ້ານ ໂດຍສະເພາະ ໃນເງື່ອນໄຂທີ່ສະພາບການຂອງໂລກ ແລະ ພາກພື້ນກໍາລັງຜັນແປ ໄປຢ່າງສະລັບສັບຊ້ອນ ເຊິ່ງຮຽກຮ້ອງໃຫ້ພວກເຮົາ ຕ້ອງເພີ່ມທະວີ​ຄວາມ​ສາມັກຄີເປັນໜຶ່ງດຽວ ​ແລະ ​ຮ່ວມ​ມືກັນຢ່າງສະໜິດແໜ້ນ ເພື່ອຊອກຫາຫົນທາງ ແລະ ການກໍານົດວິທີການ ທີ່ຖືກຕ້ອງມາແກ້ໄຂບັນດາ​ ​ສິ່ງ​ທ້າ​ທາຍເຫລົ່ານັ້ນ​ ​ແລະ ພ້ອມກັນປະຕິບັດຄໍາຂວັນ ຂອງອາຊຽນສໍາລັບປີ 2024 ຄື: “ອາຊຽນ: ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ໃນອະນາຄົດ”.​ ການປຶກສາຫາລື​ໃນ​ຄັ້ງ​ນີ້, ສະ​ແດງ​ໃຫ້​ເຫັນ​ເຖິງ​ຄຳ​ໝັ້ນ​ສັນຍາ​ຮ່ວມ​ກັນ​ ທີ່ຈະ​ຊຸກຍູ້​ວາລະ​ເສດຖະກິດ​ຂອງ​ອາ​ຊຽນ ໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້. ພ້ອມນີ້, ຍັງຈະໄດ້ຮ່ວມກັນ ​ພິຈາລະນາ​ຫົວຂໍ້​ສໍາ​ຄັນ​ຕ່າງໆ ຂອງປີ 2024 ເປັນຕົ້ນ ການພິຈາລະນາຮັບຮອງ ເອົາແຜນວຽກ​ບຸລິ​ມະ​ສິດ ​ດ້ານເສດຖະກິດອາຊຽນ, ການພັດທະນາເສດຖະກິດແບບຍືນຍົງ ແລະ ການຮ່ວມມືກັບພາຍນອກ​. ສະນັ້ນ, ເພື່ອຮັບປະກັນຜົນສໍາເລັດ ໃນການ​ເປັນ​ປະ​ທານ​ອາຊຽນ ​ຂອງ ສປປ ລາວ ​ໃນ​ປີ 2024 ນີ້,  ຂ້າພະ​ເຈົ້າ​ຂໍຮຽກຮ້ອງມາຍັງບັນດາທ່ານ ເພື່ອໃຫ້ການ​ສະໜັບສະໜູນ ​ແລະ ໃຫ້ການ​ຮ່ວມ​ມື​ ເຊິ່ງຈະນໍາ​ເອົາ​ຜົນ​ປະ​ໂຫຍດ​ທີ່​ເປັນ​ຮູບ​ປະທໍາ​ ມາໃຫ້​ປະ​ຊາ​ຊົນ​ອາຊຽນ ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ ໃຫ້​ແກ່​ປະ​ຊາ​ຄົມ​ອາ​ຊຽນຂອງ ສປປ ລາວ.

ທ່ານ ມະໄລທອງ ກົມມະສິດ ຖືໂອກາດນີ້ ສະ​ແດງ​ຄວາມ​ ຊົມ​ເຊີຍ​ ​ຕໍ່ປະເທດຕິມໍແລັດສະເຕ ທີ່​ໄດ້​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ (WTO) ຢ່າງເປັນທາງການ ໃນໂອກາດກອງປະຊຸມລັດຖະມົນຕີ ອົງການການຄ້າໂລກຄັ້ງທີ 13 ທີ່ ອາບູດາບີ, ສະຫະລັດ ອາຣັບເອມິເລັດ. ພວກ​ເຮົາ​​ຫວັງ​ວ່າປະເທດ ຕິມໍແລັດສະເຕ ຈະ​ໄດ້ເຂົ້າ​ຮ່ວມໃນ​ຄອບຄົວ​ອາ​ຊຽນໃນ​ໄວໆ​ນີ້ ເຊິ່ງຈະເປັນ​ການເພີ່ມ​ທະວີ​ ຄວາມເຂັ້ມແຂງ ​ແລະ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ ໃຫ້ກັບພາກພື້ນ. ຂະນະດຽວນີ້, ຍັງໄດ້ສະແດງຄວາມ​ຊົມເຊີຍ ຕໍ່ອິນ​ໂດ​ເນ​ເຊຍ​ ທີ່ໄດ້ເຮັດໜ້າທີ່ ເປັນ​ປະທານ​ອາ​ຊຽນ​ໃນ​ປີ 2023 ໄດ້ເປັນຢ່າງດີ ແລະ ມີໝາກຜົນອັນໜ້າຊື່ນຊົມ. ພາຍ​ໃຕ້​ການ​ນຳ​ພາ​ຂອງ​ອິນ​ໂດ​ເນ​ເຊຍ ອາຊຽນໄດ້ເຮັດສໍາເລັດຫລາຍໜ້າວຽກທີ່ສໍາ​ຄັນ ​ໃນການກ້າວໄປສູ່ເປົ້າ​ໝາຍ ​ຂອງ​ການສ້າງປະ​ຊາ​ຄົມ​ເສດ​ຖະ​ກິດ​ອາ​ຊຽນ 2025 ເຊິ່ງຖືເປັນການວາງພື້ນຖານ ແລະ ເສີມສ້າງຄວາມເຂັ້ມແຂງ ໃຫ້ແກ່ການບັນລຸເປົ້າໝາຍລວມຂອງອາຊຽນ, ທັງເປັນການສະແດງໃຫ້ເຫັນເຖິງຄວາມໝາຍໝັ້ນ, ຄວາມພະຍາຍາມ ແລະ ການປັບຕົວຂອງພວກເຮົາ ໃນການຜະເຊີນໜ້າ ກັບສິ່ງທ້າທາຍຕ່າງໃນປີຜ່ານມາ.

Cr: ຂປລ