ລາວ-ອົດສະຕຣາລີ ເຫັນດີຮ່ວມມືພັດທະນາໃນຂະແໜງການທີ່ລາວມີທ່າແຮງສູງ

ແຕ່ວັນທີ 4 – 7 ມີນານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ອົດສະຕຣາລີ, ການຕ້ອນຮັບຢ່າງເປັນທາງການ ດຳເນີນໄປ ໃນວັນທີ 6 ມີນາ 2024 ທີ່ຫ້ອງວ່າການລັດວິກຕໍເຣຍ, ທ່ານ ແອນໂທນີ ອານບານີຊີ ນາຍົກລັດຖະມົນຕີ ແຫ່ງ ອົດສະຕຣາລີ ພ້ອມດ້ວຍພັນລະຍາ ແລະ ຄະນະ ໃຫ້ການຕ້ອນຮັບ, ພ້ອມທັງໄດ້ພົບປະສອງຝ່າຍດ້ວຍ ບັນຍາກາດແຫ່ງໄມຕີຈິດ ມິດຕະພາບອັນອົບອຸ່ນ.
ສອງຝ່າຍ ໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນຢ່າງກົງໄປກົງມາ ໂດຍເຫັນດີເປັນເອກະພາບຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດ ລາວ ແລະ ອົດສະຕຣາລີ ທີ່ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງຕະຫລອດໄລຍະ 72 ປີ ຜ່ານມາ, ພ້ອມທັງເຫັນດີເພີ່ມທະວີຊຸກຍູ້ການຮ່ວມມື ດ້ານເສດຖະກິດ-ການຄ້າ, ການລົງທຶນ ໃຫ້ຫລາຍຂຶ້ນ ໂດຍສະເພາະການຮ່ວມມືໃນຂະ ແໜງການທີ່ລາວມີທ່າແຮງ ເຊັ່ນ: ກະສິກຳປຸງແຕ່ງ, ພະລັງງານສະອາດ ແລະ ການບໍລິການທ່ອງທ່ຽວ.
ອົດສະຕຣາລີ ຍິນດີສືບຕໍ່ໃຫ້ການຊ່ວຍເຫລືອ ສປປ ລາວ ໃນການພັດທະນາຊັບພະຍາກອນມະນຸດ ໂດຍສະເພາະການສະໜອງທຶນການສຶກສາໄລຍະສັ້ນ ແລະ ຍາວ.
ນອກນັ້ນ, ຈະສືບຕໍ່ໃຫ້ການຊ່ວຍເຫລືອໃນຂະແໜງສາທາລະນະສຸກ ໂດຍສະເພາະແມ່ນການຊ່ວຍຍົກລະດັບຄວາມຮູ້-ຄວາມສາມາດພະນັກງານຂອງລາວ ເຊິ່ງໃນມໍ່ໆນີ້ ກໍຈະມີໂຄງການຮ່ວມມື ສປປ ລາວ ແລະ ອົດສະຕຣາລີ ໃນວຽກງານຄວບຄຸມພະຍາດໄຂ້ຍຸງ-ໄຂ້ມາຣາເລຍ ຢູ່ ສປປ ລາວ ໂດຍຈະໄດ້ນຳໃຊ້ນະວັດຕະກຳ ແລະ ເຕັກໂນໂລຊີຂອງ ມະຫາວິທະຍາໄລ Monash ຂອງອົດສະຕຣາລີ.
ສອງຝ່າຍ ເຫັນດີສືບຕໍ່ການຮ່ວມມືດ້ານການເຊື່ອມໂຍງ ເຊື່ອມຈອດໃຫ້ກວ້າງຂວາງຍິ່ງຂຶ້ນ ເຊິ່ງໃນປີ 2024 ນີ້, ສອງຝ່າຍ ຈະໄດ້ຮ່ວມກັນສະເຫລີມສະຫລອງ ຄົບຮອບ 30 ປີ ການນຳໃຊ້ຂົວມິດຕະ ພາບ ລາວ-ໄທ ແຫ່ງທີ 1. ສອງຝ່າຍໄດ້ສະແດງຄວາມຊົມເຊີຍຕໍ່ການສ້າງຕັ້ງສະມາຄົມມິດຕະ ພາບ ລາວ-ອົດສະຕຣາລີ (Laos – Australia Friendship Association) ລະຫວ່າງ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ລັດຖະບານ ອົດສະຕຣາລີ ເຊິ່ງເຫັນວ່າຈະເປັນຂົວຕໍ່ສຳຄັນໃນການສົ່ງເສີມການພົວພັນ ລະຫວ່າງປະຊາຊົນຂອງສອງຊາດ ກໍຄື ການຊຸກຍູ້ຂະແໜງການທ່ອງທ່ຽວຂອງສອງປະເທດ. ເຫັນດີຈະສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ເປັນຕົ້ນ ອາຊຽນ, ສປຊ, ແນໃສ່ຮັດແໜ້ນການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ອາຊຽນ-ອົດສະຕຣາລີ.
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ລັດຖະບານ ກໍຄື ປະຊາຊົນ ອົດສະຕຣາລີ ທີ່ໄດ້ໃຫ້ການຮ່ວມມື ແລະ ຊ່ວຍເຫລືອ ສປປ ລາວ ຕະຫລອດໄລຍະຜ່ານມາ ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ ໂດຍສະເພາະ ການຊ່ວຍເຫລືອ ສປປ ລາວ ໃນການເປັນປະທານອາຊຽນ ປີ 2024 ນີ້, ສອງຝ່າຍໄດ້ຮ່ວມກັນລົງນາມເອກະສານ ຍົກລະດັບການພົວພັນຮ່ວມມືຂຶ້ນເປັນ “ຄູ່ຮ່ວມມືຮອບດ້ານ” ລາວ-ອົດສະຕຣາລີ ໂດຍມີເອກະສານ 2 ສະບັບ ຄື: ຖະແຫລງການຮ່ວມ ແລະ ແຜນຈັດຕັ້ງປະຕິບັດຮ່ວມ.

