ໂຄຣເອເຊຍ ປົດ ຊາຊິດ ອອກຈາກຕຳແໜ່ງຜູ້ຈັດການທີມຊາດແລ້ວ

ສະມາຄົມບາເຕະ ໂຄຣ ເອເຊຍ ຫຼື (ເອດເອັນເອສ) ປະກາດປົດ ອັນເຕ້ ຊາຊິດ ຜູ້ ຈັດການທີມຊາດອອກຈາກ ຕຳແໜ່ງ ແລະ ຕັ້ງ ຊະລັດໂກ້ ດາລິດ ຄຸມທີມແທນຮຽບຮ້ອຍ ແລ້ວ ກ່ອນທີ່ ໂຄຣເອເຊຍ ມີ ຄິວບຸກໄປຢາມ ຢູເຄຣນ ໃນ ການແຂ່ງຂັນບານໂລກ 2018 ຮອບຄັດເລືອກເຂດເອີ ຣົບ ກຸ່ມ I ໃນວັນຈັນທີ 9 ຕຸ ລານີ້.
ດາເວີ ຊູເຄີ ປະທານ ເອດ ເອັນເອສ ເຜີຍວ່າ : “ດາລິດ ເປັນຜູ້ຈັດການທີມຄົນໃໝ່ ແລະ ຈະຄຸມທີມໃນເກມນັດສຸດ ທ້າຍທີ່ຈະບຸກໄປຢາມ ຢູເຄຣນ ຄະນະກຳມະການບໍລິຫານ ເອດເອັນເອສ ມີມະຕິເປັນເອ ກະພາບໃນການແຍກທາງກັບ ຊາຊິດ ເຮົາກັບໄດ້ພຽງ 4 ຄະ ແນນ ໃນ 4 ເກມຫຼ້າສຸດ ແລະ ບໍ່ມີທາງເລືອກ ແຕ່ຕ້ອງດຳ ເນີນການຕາມຂັ້ນຕອນນີ້”.
ປັດຈຸບັນ ໂຄຣເອເຊຍ ຢູ່ ໃນອັນດັບ 2 ຂອງກຸ່ມ I ໂດຍມີ 17 ຄະແນນຈາກ 9 ນັດ ເທົ່າ ກັບ ຢູເຄຣນ ອັນດັບ 3 ແຕ່ມີ ຜົນຕ່າງປະຕູໄດ້ເສຍດີກວ່າ ຂະນະທີ່ຕາມຫຼັງ ໄອແລນ ຢູ່ 2 ຄະແນນ.

