ອຸດົມໄຊ ທຳລາຍຊິ້ນສ່ວນສັດປ່າຫວງຫ້າມປະເພດຕ່າງໆ ນໍ້າໜັກ 194,8 ກິໂລ

ແຫລ່ງຂ່າວແຂວງອຸດົມໄຊ ລາຍງານວ່າ: ວັນທີ 28 ກຸມພາ ຜ່ານມາ, ກອງກວດກາປ່າໄມ້ ພະແນກກະສິກຳ ແລະ ປ່າໄມ້ ແຂວງອຸດົມໄຊ ຮ່ວມກັບຄະນະກຳມະການຄຸ້ມຄອງ, ກວດກາສັດປ່າ ແລະ ພືດປະເພດຫວງຫ້າມຂັ້ນແຂວງ ໄດ້ທຳລາຍຊິ້ນສ່ວນສັດປ່າປະເພດຫວງຫ້າມ ຊະນິດຕ່າງໆທັງໝົດ 512 ໂຕ/ຊີ້ນສ່ວນ, ນໍ້າໜັກ 194,8 ກິໂລກຣາມ,ມູນຄ່າເກືອບ30ລ້ານກີບ ດ້ວຍການຝັງດິນ.
ຊິ້ນສ່ວນສັດປ່າຫວງຫ້າມ ທີ່ນຳມາທຳລາຍຄັ້ງນີ້, ແມ່ນຢຶດໄດ້ຈາກການ ລົງເຄື່ອນໄຫວປຸກລະດົມ ແລະ ກວດກາຢູ່ຕາມຕະຫລາດ, ຮ້ານຂາຍຜົນຜະລິດກະສິກຳລຽບຕາມແຄມທາງ, ເຮືອນບຸກຄົນ ແລະ ຢຶດໄດ້ສັດປ່າ, ຊິ້ນສ່ວນສັດປ່າປະເພດຕ່າງໆທັງໝົດ 512 ໂຕ/ຊິ້ນສ່ວນ, ນໍ້າໜັກ 194,8 ກິໂລ ມູນຄ່າ 29 ລ້ານກວ່າກີບ (150,000 ກີບ/ກິໂລ), ໃນນີ້ປະເພດສັດທີ່ຕາຍ: 489 ໂຕ/ຊິ້ນສ່ວນ, ມີສັດຫວງຫ້າມ 8 ໂຕ/ຊິ້ນສ່ວນ, .ສັດປ່າຄຸ້ມຄອງ 399 ໂຕ/ຊິ້ນສ່ວນ, ສັດປ່າທົ່ວໄປ 82 ໂຕ/ຊິ້ນສ່ວນ.
ນອກນັ້ນຍັງມີສັດທີ່ຍັງມີຊີວິດອີກ 23 ໂຕ ລວມມີສັດຫວງຫ້າມ ມີ 3 ໂຕຄື ເຕົ່າ 1 ໂຕ ໄດ້ປ່ອຍຄືນສູ່ທໍາມະຊາດ, ໝີຄວາຍ, ລີງກັງ ແນວລະ 1 ໂຕ ແລະ ສັດປະເພດຄຸ້ມຄອງ ອີກສັດຄຸ້ມຄອງອີກ 4 ໂຕ, ທັງໝົດໄດ້ມອບໃຫ້ສູນອານຸລັກໝີລາວ ແຂວງຫລວງພະບາງ (Free the bear) ໄປບໍາບັດ, ປັດຈຸບັນ ແມ່ນໄດ້ນໍາໄປປ່ອຍຄືນສູ່ທໍາມະຊາດຢູ່ປ່າສະຫງວນແຫ່ງຊາດ ພູຫີຜີ (ນໍ້າກັດຢໍລະປ່າ), ສ່ວນສັດປ່າປະເພດທົ່ວໄປ ມີ 16 ໂຕ ໄດ້ປ່ອຍຄືນສູ່ທໍາມະຊາດຢູ່ເຂດປ່າຫ່າງໄກຈາກຊຸມຊົນພາຍໃນແຂວງເປັນທີ່ຮຽບຮ້ອຍແລ້ວ.

