ຊາວພຸດລາວຮ່ວມໃສ່ບາດບຸນອອກພັນສາປະວໍລະນາ ພສ 2560 ດ້ວຍບັນຍາກາດຄືກ ຄື້ນ

ເຊົ້າວັນທີ 5 ຕຸລານີ້, ກົງກັບມື້ຂຶ້ນ 15 ຄໍ່າເດືອນ 11 ພສ 2560 ເຊິ່ງເປັນວັນບຸນອອກພັນສາປະວໍລະນາ, ໂດຍຊາວພຸດທະສາສະນິກະຊົນລາວໃນທົ່ວປະເທດໄດ້ພ້ອມພາກັນໄປທຳບຸນໃສ່ບາດຖວາຍສັງຄະທານແດ່ພະສົງສຳມະເນນຢູ່ຕາມວັດວາອາຮາມຕ່າງໆດ້ວຍບັນຍາກາດຄຶກຄື້ນ ແລະ ຮັບຟັງທຳມະເທດສະໜາຄຳສອນຂອງພະພຸດທະເຈົ້າເພື່ອຍຶດຖືເປັນຫລັກທຳພື້ນຖານໃນການດຳລົງຊີວິດທີ່ຖືກຕ້ອງ ແລະ ປົກປັກຮັກສາຮີດຄອງປະເພນີອັນດີງາມດັ່ງກ່າວໃຫ້ຄົງຢູ່ຄູ່ຊາດລາວຕະຫລອດຊົ່ວກາລະນານ ແລະ ໃນບ່າຍມື້ດຽວກັນກໍໄດ້ມີການແຂ່ງຂັນເຮືອຊ່ວງປະເພດກິລາ, ແຂ່ງຂັນເຮືອຊ່ວງເພດຍິງ ແລະ ຕອນຄໍ່າກໍມີການວຽນທຽນຕາມວັດວາອາຮາມຕ່າງໆ ພ້ອມດ້ວຍປະເພນີໄຫລເຮືອໄຟທີ່ສວຍງາມຕາມລຳແມ່ນ້ຳຂອງ ແລະ ສາຍນໍ້າຕ່າງໆ.
ການເຮັດບຸນອອກພັນສາ ແລະ ຊ່ວງເຮືອປະຈຳປີນີ້ແມ່ນການເສີມຂະຫຍາຍມູນເຊື້ອວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດທີ່ໄດ້ສືບທອດກັນມາແຕ່ບູຮານນະການ, ທັງເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນສຳຄັນຂອງຊາດ ແລະ ເປັນການຊຸກຍູ້ສົ່ງເສີມການທ່ອງທ່ຽວທາງດ້ານວັດທະນະທຳໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວລາວໃຫ້ນັບມື້ຫລາຍຂຶ້ນ.

