ແຕ່ງຕັ້ງ ທ່ານ ສົມຈັນ ຈິດດາລາ ເປັນຮັກສາການຫົວໜ້າພະແນກການເງິນແຂວງຫລວງນ້ຳທາ ຜູ້ໃໝ່

ວັນທີ 23  ກຸມພາ 2024, ພະແນກການເງິນແຂວງຫຼວງນໍ້າທາ ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ຫົວໜ້າພະແນກການເງິນແຂວງຫລວງນໍ້າທາຜູ້ເກົ່າ ແລະ ຮັກສາການຫົວໜ້າພະແນກການເງິນແຂວງ  ຜູ້ໃໝ່.

ໃນພິທີໄດ້ຜ່ານຂໍ້ຕົກລົງຂອງກະຊວງການເງິນ ວ່າດ້ວຍການອະນຸມັດໃຫ້ພະນັກງານ-ລັດຖະກອນພັກການຮັບອູດໜູນບໍານານ ຊຶ່ງໄດ້ອະນຸມັດໃຫ້ທ່ານ ຄໍາພັນ ໄຊສີ ຫົວໜ້າພະແນກການເງິນແຂວງ ພັກການຮັບອູດໜູນບໍານານນັບແຕ່ວັນທີ 1 ມັງກອນ  2024 ເປັນຕົ້ນໄປ ແລະ ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການແຕ່ງຕັ້ງຮັກສາການຫົວໜ້າພະແນກການເງິນແຂວງ ຊຶ່ງໄດ້ແຕ່ງຕັ້ງທ່ານ ສົມຈັນ ຈິດດາລາ ຮອງຫົວໜ້າພະແນກການເງິນແຂວງ ເປັນຮັກສາການຫົວໜ້າພະແນກການເງິນແຂວງ, ເພື່ອຊີ້ນໍາໆພາຄຸ້ມຄອງ ແລະ ຈັດຕັ້ງປະຕິບັດວຽກງານຕໍ່ໄປ

ໂອກາດນີ້ ທ່ານ ຈັນທອງ ແກ້ວປະເສີດ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ ໄດ້ເນັ້ນໜັກໃຫ້ທ່ານທີ່ມາຮັບໜ້າທີ່ໃໝ່ສືບຕໍ່ເອົາໃຈໃສ່ວຽກງານການເມືອງ-ແນວຄິດໃຫ້ພະນັກງານໃຫ້ມີຄວາມອຸ່ນອ່ຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ການນຳພາຂອງພັກ, ປະຕິບັດຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະບຸກຄົນຮັບຜິດຊອບ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້  ແໜ້ນແຟ້ນໃນການປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລັດມອບໝາຍໃຫ້, ຕັ້ງໜ້າສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້, ສະກັດກັ້ນການສໍ້ລາດບັງຫຼວງ, ການສວຍໃຊ້ໜ້າທີ່ຕໍາແໜ່ງໃນທາງທີ່ບໍ່ຖືກຕ້ອງໃຫ້ໝົດໄປເທື່ອລະກ້າວ.