ກະກຽມຈັດກອງປະຊຸມປະສານງານຮ່ວມເຂດສາມຫລ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ ຈະໄດ້ເປີດຂຶ້ນໃນວັນທີ 26 ກຸມພາ-1 ມີນາ 2024 ຢູ່ແຂວງອັດຕະປື

ອົງການພັດທະນາ ແລະ ບໍລິຫານຕົວເມືອງ ແຂວງອັດຕະປື ປະກາດແຈ້ງການເຖິງສໍານັກງານ, ຫ້ອງການ-ພະນັກງານທະຫານຕໍາຫຼວດພໍ່ແມ່ປະຊາຊົນ ແລະ ແມ່ຄ້າ ເວົ້າລວມເວົ້າສະເພາະແມ່ນຊາວ ແຂວງອັດຕະປື, ເພື່ອກະກຽມຈັດກອງປະຊຸມຄະນະກໍາມະການປະສານງານຮ່ວມເຂດສາມຫຼ່ຽມ ພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ ຫຼື CLV ຈະໄດ້ເປີດຂື້ນໃນວັນທີ 26 ກຸມພາ-ວັນທີ 1ມີນາ 2024 , ສະນັ້ນຈຶ່ງຂໍໃຫ້ທຸກພາກສ່ວນຈົ່ງພ້ອມກັນ ຮັກສາຄວາມສະອາດຈົບງາມ, ຄວາມເປັນລະບຽບຮຽບຮ້ອຍໃນຂອບເຂດຄວາມຮັບຜິດຊອບຂອງຕົນທີ່ຕິດພັນກັບໜ້າວຽກຕ່າງໆເຊິ່ງມີລາຍລະອຽດດັ່ງນີ້: ອະນາໄມປັດກວາດເສັ້ນທາງ, ຕັດຫຍ້າແຄມທາງຕາມໜ້າສໍານັກງານ ດິນເປົ່າຫວ່າງຢູ່ໃນຂອບເຂດຕົວເມືອງໃຫ້ຈົບງາມ; ປະດັບປະດາທຸງຊາດລາວ ຫວຽດນາມ ແລະ ກໍາປູເຈຍ ຕາມອາຄານ ສະຖານທີ່ທາງພາກລັດ, ເອກະຊົນ ແລະ ເຮືອນປະຊາຊົນ; ຫ້າມປ່ອຍສັດລ້ຽງໃນຕົວເມືອງໂດຍສະເພາະ ງົວ, ຄວາຍ ແລະ ແບ້ ເຊິ່ງຈະສ້າງຄວາມສັບສົນ ແລະ ຄວາມເປິເປື້ອນໃສ່ເສັ້ນທາງ; ຫ້າມຖອກກອງແຮ່, ກອງຊາຍ, ດິນແດງ ແລະ ຕັ້ງປ້າຍໜ້າຮ້ານ ຕັນທາງຟຸດບາດທາງຄົນຍ່າງ ເຂດສະຫງວນຂອງລັດຢ່າງເດັດຂາດ; ຫ້າມບໍ່ໃຫ້ຕໍ່ເຕີມ, ຕໍ່ເງີບອາຄານບ້ານເຮືອນ ແລະ ຮ້ານຄ້າແບບຊົ່ວຄາວ ເຂດສະຫງວນຂອງທາງໂດຍສະເພາະຟຸດບາດທາງຍ່າງ; ຫ້າມຖິ້ມຂີ້ເຫຍື້ອຊະຊາຍຕາມເສັ້ນທາງ, ສະຖານທີ່ສາທາລະນະ ທີ່ເປັນການສ້າງຄວາມເປິເປື້ອນ ແລະ ສົ່ງກິ່ນເໝັນ ເດັດຂາດ; ຫ້າມຕັດ ຫຼື ທໍາລາຍຕົ້ນໄມ້ປະດັບຕາມແຄມທາງທີ່ພາກລັດ ໄດ້ປູກໄວ້ເພື່ອເຮັດໃຫ້ຕົວເມືອງມີສີຂຽວສີສັນສວຍງາມ
ຖ້າຫາກພາກສ່ວນໃດບໍ່ເອົາໃຈໃສ່, ລະເມີດ, ຝ່າຜືນ ທາງເຈົ້າໜ້າທີ່ ແລະ ຄະນະຮັບຜິດຊອບຈະໄດ້ລົງ ຕິດຕາມ, ກວດກາປະເມີນຜົນການຈັດຕັ້ງປະຕິບັດຕາມລະບຽບຢ່າງເຂັ້ມງວດ

