ປະກາດແຕ່ງຕັ້ງ ທ່ານ ບຸນເຮັ່ງ ພີມມະນີວົງ ເປັນປະທານສານປະຊາຊົນພາກໃຕ້ ຄົນໃໝ່

ວັນທີ 13 ກຸມພາ 2024 ທີ່ສານປະຊາຊົນພາກໃຕ້, ໄດ້ຈັດພິທີປະກາດແຕ່ງຕັ້ງປະທານສານປະຊາຊົນພາກໃຕ້, ໂດຍການມອບມະຕິຂອງຄະນະປະຈຳສະພາແຫ່ງຊາດວ່າດ້ວຍການແຕ່ງຕັ້ງປະທານສານປະຊາຊົນ ທ້ອງຖິ່ນ ຂອງທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ.
ໂອກາດນີ້, ທ່ານ ຂຸນສຸວັນ ສຸທຳມະວົງ ຫົວໜ້າກົມຈັດຕັ້ງ-ພະນັກງານ ສານປະຊາຊົນສູງສຸດ ໄດ້ຜ່ານມະຕິຂອງຄະນະປະຈຳສະພາແຫ່ງຊາດວ່າດ້ວຍການແຕ່ງຕັ້ງປະທານສານປະຊາຊົນທ້ອງຖິ່ນ, ຕົກລົງແຕ່ງຕັ້ງ ທ່ານ ບຸນເຮັ່ງ ພີມມະນີວົງ ຫົວໜ້າຄະນະສານຄອບຄົວ ສານປະຊາຊົນສູງສຸດ ເປັນປະທານສານ ປະຊາຊົນພາກໃຕ້.

