ຮາມັດສົ່ງສັນຍານບວກ ຕອບກັບຂໍ້ສະເໜີຢຸດຍິງກາຊາ-ປ່ອຍຕົວປະກັນ

ກຸ່ມຮາມັດເຜີຍແຜ່ຖະແຫລງການຢືນຢັນວ່າ: ໄດ້ຕອບກັບໃນທາງບວກຕໍ່ຂໍ້ສະເໜີຢຸດຍິງຮອບໃໝ່ຢູ່ເຂດກາຊາ ທີ່ກໍານົດເງື່ອນໄຂໂດຍອິດສະລາແອນ, ອາເມລິກາ, ກາຕາ ແລະ ອີຢິບ ເຊິ່ງຄາດວ່າລວມທັງການປ່ອຍຕົວປະກັນເພີ່ມອີກ.
ກ່ອນໜ້ານີ້ມີລາຍງານວ່າ: ຂໍ້ສະເໜີດັ່ງກ່າວມີເງື່ອນໄຂຫລັກຄືຢຸດຍິງເປັນເວລາ 6 ອາທິດ ແລະ ແລກປ່ຽນຕົວປະກັນຊາວອິດສະລາແອນກັບນັກໂທດຊາວປາແລັສຕິນເພີ່ມຂຶ້ນ.
ກຸ່ມຮາມັດລະບຸໃນຖະແຫລງການເຖິງເງື່ອນໄຂຢຸດຍິງທີ່ຄວບຄຸມ ແລະ ສົມບູນ ເຊິ່ງລວມທັງອິດສະລາແອນຢຸດການຮຸກຮານຊາວປາແລັສຕິນ ແລະ ຮັບປະກັນການບັນເທົາທຸກ, ໃຫ້ບ່ອນຢູ່ອາໄສ ແລະ ຟື້ນຟູເຂດກາຊາ. ພ້ອມທັງຍົກເລີກການປິດລ້ອມ ແລະ ບັນລຸການແລກປ່ຽນຕົວນັກໂທດ.
ທ່ານ ກາຊີ ຮາມັດ ເຈົ້າໜ້າທີ່ອາວຸໂສຂອງກຸ່ມຮາມັດ ເປີດເຜີຍກັບ Reuters ວ່າ: ກຸ່ມຮາມັດຕັ້ງເປົ້າໃຫ້ມີການປ່ອຍຕົວນັກໂທດຊາວປາແລັສຕິນຢູ່ອິດສະລາແອນຄັ້ງໃຫຍ່ທີ່ສຸດ.
ສ່ວນອິດສະລາແອນ ແລະ ອາເມລິກາ ເປີດເຜີຍວ່າ: ກໍາລັງກວດສອບລາຍລະອຽດການຕອບກັບຂອງຮາມັດ ໂດຍທ່ານ ແອນໂທນີ ບລິງເຄນ ລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາ ເຊິ່ງຢູ່ລະຫວ່າງການຢ້ຽມຢາມກາຕາ ເປີດເຜີຍວ່າ: ຈະຫາລືເລື່ອງນີ້ນໍາລັດຖະບານອິດສະລາແອນລະຫວ່າງເດີນທາງໄປຢ້ຽມຢາມອິດສະລາແອນໃນວັນທີ 7 ກຸມພາ, ແຕ່ຊີ້ວ່າຍັງມີພາລະກິດອີກຫລາຍຢ່າງທີ່ຕ້ອງປະຕິບັດ ແລະ ເຊື່ອໝັ້ນວ່າ: ຂໍ້ຕົກລົງນັ້ນເປັນໄປໄດ້ ແລະ ມີຄວາມຈໍາເປັນ.
ສ່ວນປະທານາທິບໍດີ ໂຈ ໄບເດນ ຂອງອາເມລິກາ ຊີ້ວ່າ: ການຕອບກັບຂອງຮາມັດເປັນໄປໃນລັກສະນະທີ່ມີຄວາມເໜືອກວ່າເລັກໜ້ອຍ ໂດຍບໍ່ລະບຸລາຍລະອຽດ ເຊິ່ງການເຈລະຈາຍັງຢູ່ລະຫວ່າງດໍາເນີນງານ.
ອ້າງອີງ:

