ຊາຍໜຸ່ມເສຍຊີວິດຢ່າງບໍ່ຄາດຄິດ ຫລັງຫລົກແຂ້ວ 2 ເຫລັ້ມພ້ອມກັນ ເນື່ອງຈາກມີພາວະເລືອດອອກໃນສະໝອງ

ສຳນັກຂ່າວຕ່າງປະເທດ ລາຍງານວັນທີ 4 ມັງກອນ 2024, ກໍລະນີມີຄົນເສຍຊີວິດໃນປະເທດຈີນ ກາຍເປັນອຸທາຫອນເຕືອນໃຈວ່າການຫລົກແຂ້ວ ເປັນເລື່ອງປົກກະຕິ ແຕ່ຍັງເປັນສາເຫດທີ່ເຮັດໃຫ້ເສຍຊີວິດໄດ້.
ເຊິ່ງຜູ້ເສຍຊີວິດເປັນຊາຍໜຸ່ມ ຊື່ ຫວັງ ອາຍຸ 23 ປີ ຢູ່ມົນທົນຫູຫານ ປະເທດຈີນ ຫລັງຈາກທີ່ໄປຫລົກແຂ້ວຢູ່ໂຮງໝໍ ໃນເມືອງເຊິນເຈີ້ນ ເພາະມີອາການເຈັບແຂ້ວ. ເບື້ອງຕົ້ນ, ທີມທັນຕະແພດໄດ້ກວດອາການ ຂອງຄົນເຈັບ ແລະ ລະບຸວ່າຕ້ອງໄດ້ຫລົກແຂ້ວ 2 ເຫລັ້ມ ແລ້ວຄົນເຈັບກໍຕົກລົງຍິນຍອມຮັບການປິ່ນປົວ.
ແຕ່ເມື່ອສຳເລັດຂະບວນການຫລົກແຂ້ວແລ້ວທາງເຈົ້າໜ້າທີ່ໄດ້ໃຫ້ໄປເອັກສະເລແຂ້ວ ຂະນະດຽວກັນ ຄົນເຈັບໄດ້ລົ້ມລົງກັບພື້ນ ແລະ ໝົດສະຕິໄປ.
ຫລັງຈາກນັ້ນ ທີມແພດໄດ້ກວດອາການ ແລະ ພົບວ່າມີພາວະເລືອດອອກໃນສະໝອງ ເຊິ່ງເປັນຜົນມາຈາກການຫລົກແຂ້ວ 2 ເຫລັ້ມກ່ອນໜ້ານັ້ນ, ຈຶ່ງນຳຕົວເຂົ້າຜ່າຕັດເປີດກະໂຫລກຫົວເພື່ອປິ່ນປົວ ແຕ່ກາຍເປັນວ່າ ຄົນເຈັບບໍ່ຕອບສະໜອງຫຍັງ ແລະ ເສຍຊີວິດໃນ 14 ວັນຕໍ່ມາ ເນື່ອງຈາກລະບົບເຮັດວຽກຂອງອະໄວຍະວະໃນຮ່າງກາຍລົ້ມເຫລວ.

