ນະຄອນຫລວງວຽງຈັນ ປະຕິບັດເກັບລາຍຮັບລື່ນແຜນການ 4 ປີຕິດຕໍ່ກັນ

ໃນພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ຫົວໜ້າພະແນກການເງິນນະຄອນຫຼວງວຽງຈັນ (ນວ) ຜູ້ເກົ່າ ແລະ ຜູ້ໃໝ່ ຈັດຂຶ້ນວັນທີ 1 ກຸມພາ 2024,  ທ່ານ ສີລິລາດທົງສິນ ທອງເພັງ ຫົວໜ້າພະແນກການເງິນ ນວ ຜູ້ເກົ່າໄດ້ລາຍງານໃຫ້ຮູ້ວ່າ:ນັບແຕ່ປີ 2020 ເປັນຕົ້ນມາ ນະຄອນຫຼວງ ວຽງຈັນ ສາມາດເກັບລາຍຮັບພູດທ້ອງຖິ່ນ (ນວ) ໄດ້ເກີນແຜນ 4 ປີຕໍ່ເນື່ອງ ເປັນຕົ້ນປີ 2020 ແຜນການ 1.186 ຕື້ກວ່າກີບ,   ລື່ນແຜນການຫຼາຍກວ່າ 100 ຕື້ກີບ; ປີ 2021 ແຜນການ 1.398 ຕື້ກວ່າກີບ, ປະຕິບັດລື່ນແຜນ 184 ຕື້ກວ່າກີບ; ປີ 2022 ແຜນການຫຼາຍກວ່າ 1.496 ຕື້ກີບ, ໄດ້ລື່ນແຜນ 282 ຕື້ກວ່າກີບ.

 

ພິເສດປີ 2023 ສາມາດປະຕິບັດເກັບລາຍຮັບທັງ ພູດສູນກາງ (ພາສີ) ແລະ ພູດທ້ອງຖິ່ນ (ນວ) ລ້ວນແລ້ວແຕ່ໄດ້ລື່ນແຜນການຄື ພູດສູນກາງແຜນການ 4.200 ຕື້ກີບ ປະຕິບັດໄດ້ ລື່ນແຜນ ການ 1.416 ຕື້ກວ່າກີບ,  ພູດທ້ອງຖິ່ນແຜນການ 1.615 ຕື້ກວ່າກີບ ປະຕິບັດລື່ນແຜນ 700ຕື້ກວ່າກີບ. ນອກນີ້ຍັງໄດ້ແກ້ໄຂໜີ້ສິນຂອງ ນວ, ຍົກສູງຄວາມຮັບຜິດຊອບນໍາພາວຽກງານຫັນເປັນທັນສະໄໝ ນໍາພາຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ອື່ນໆ.

ຂ່າວ: ວຽງຈັນໃໝ່.