ເປີດເທດສະການອາຫານອາຊຽນ

ໃນວັນທີ 2 ຕຸລານີ້, ກະຊວງ ການຕ່າງປະເທດໄດ້ຈັດເທດສະການອາຫານຂຶ້ນທີ່ຫໍວັດທະນະ ທຳແຫ່ງຊາດນະຄອນຫລວງ ວຽງຈັນ ເພື່ອສະເຫລີມສະຫລອງ ວັນຄົບຮອບ 50 ປີຂອງການສ້າງ ຕັ້ງອາຊຽນ ແລະ ຄົບຮອບ 20 ປີທີ່ ສປປ ລາວ ເຂົ້າເປັນສະມາຊິກ ອາຊຽນ, ໂດຍການເຂົ້າຮ່ວມ ຂອງທ່ານ ອາລຸນແກ້ວ ກິດຕິຄຸນ ລັດຖະມົນຕີປະຈຳສຳນັກງານ ນາຍົກລັດຖະມົນຕີ, ມີບັນດາ ທູຕານຸທູດ, ພ້ອມດ້ວຍມວນຊົນ ເຂົ້າຮ່ວມຢ່າງຫລວງຫລາຍ.
+ ເທດສະການອາຫານເອີຣົບຈັດຂຶ້ນທີ່ວຽງຈັນດ້ວຍບັນຍາກາດຟົດຟື້ນ
+ ບາງອາຫານເຮັດໃຫ້ທ່ານງາມຂຶ້ນໄດ້
ທ່ານ ອາລຸນແກ້ວ ກິດຕິຄຸນ ກ່າວວ່າ: ການຈັດງານ ເທດສະ ການອາຫານຄັ້ງນີ້, ເປັນການໂຄ ສະນາເຜີຍແຜ່ຄວາມຫລາກ ຫລາຍທາງ ດ້ານວັດທະນະທຳ ຂອງບັນດາປະເທດ ສະມາຊິກ ອາຊຽນ, ຄູ່ເຈລະຈາອາຊຽນ ແລະ ບັນດາປະເທດເພື່ອນມິດ, ທັງເປັນການສົ່ງ ເສີມການທ່ອງ ທ່ຽວຕື່ມອີກ. ພາຍໃນງານນອກ ຈາກມີອາຫານລາວແລ້ວ, ບັນດາສະຖານ ທູດປະເທດສະ ມາຊິກ ອາຊຽນ, ຄູ່ເຈລະຈາ ອາຊຽນ ແລະ ບັນດາປະເທດ ເພື່ອນມິດ ກໍໄດ້ນຳເອົາອາຫານ ທີ່ເປັນເອກະລັກຂອງຊາດຕົນ ມາຮ່ວມວາງສະແດງ ແລະ ຂາຍ ອີກດ້ວຍ. ນອກນີ້, ຍັງມີການສະ ແດງ ສິລະປະວັນນະຄະດີເພື່ອ ເປັນການ ແລກປ່ຽນສິລະປະ ວັດທະນະທຳຮ່ວມກັນດ້ວຍບັນ ຍາກາດມ່ວນຊື່ນ.

