ຈີນ-ສິງກະໂປ ກຽມເລີ່ມຂໍ້ຕົກລົງ ຟຣີວີຊາ ໃນເດືອນກັນຍານີ້

ຂໍ້ຕົກລົງຟຣີວີຊາລະຫວ່າງຈີນກັບສິງກະໂປຈະມີຜົນຢ່າງເປັນທາງການໃນຕົ້ນເດືອນກຸມພານີ້.

ວັນທີ 30 ມັງກອນ, ສໍານັກຂ່າວຊິນຮົວລາຍງານວ່າ: ກະຊວງການຕ່າງປະເທດຈີນອອກຖະແຫລງການກ່ຽວກັບການລົງນາມໃນຂໍ້ຕົກລົງຍົກເວັ້ນວີຊາຮ່ວມກັບສິງກະໂປ ເຊິ່ງຈະມີຜົນບັງຄັບໃຊ້ນັບແຕ່ວັນທີ 9 ກຸມພານີ້.

ທັງນີ້, ພົນລະເມືອງຊາວຈີນ ແລະ ສິງກະໂປ ເຊິ່ງຖືໜັງສືເດີນທາງທໍາມະດາຈະໄດ້ຮັບອະນຸຍາດໃຫ້ເດີນທາງເຂົ້າ ແລະ ອາໄສຢູ່ໃນປະເທດຂອງອີກຝ່າຍໂດຍບໍ່ຕ້ອງຂໍວີຊາໄດ້ເປັນເວລາສູງສຸດ 30 ວັນ.

ຂໍ້ຕົກລົງດັ່ງກ່າວມີຜົນບັງຄັບໃຊ້ກ່ອນມື້ຂຶ້ນປີໃໝ່ຕາມປະຕິທິນຈຈີນ ຫລື ວັນຕຸດຈີນ ເຊິ່ງປີນີ້ກົງກັບປີມັງກອນ ຈະເປັນຂອງຂວັນເທດສະການປີໃໝ່ໃຫ້ປະຊາຊົນຂອງທັງສອງປະເທດ ແລະ ຈະຊ່ວຍສົ່ງເສີມການແລກປ່ຽນລະຫວ່າງປະຊາຊົນ ລວມທັງພັດທະນາການພົວພັນ ແລະ ການຮ່ວມມືລະດັບທະວີພາຄີໃນອີກຫລາກຫລາຍດ້ານ.