ເຕືອນ! ລະວັງການຕົວະຍົວະຫລອກລວງ ແລະ ໂຄສະນາ ຊື້-ຂາຍ ແລະ ລົງທຶນໃນເງິນຄຣິບໂຕ ຜ່ານອອນລາຍ

ວັນທີ 26 ມັງກອນ 2024, ຫ້ອງການກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ອອກແຈ້ງການເລກທີ 202/ຫກ ເພື່ອແຈ້ງມາຍັງທຸກຄົນທົ່ວສັງຄົມ ໃນຂອບເຂດທົ່ວປະເທດ ຊາບທົ່ວເຖິງກັນວ່າ ປັດຈຸບັນໄດ້ມີສະພາບ ການເຄື່ອນໄຫວຂອງບຸກຄົນບໍ່ຫວັງດີໃນການຕົວະຍົວະຫລອກລວງ ແລະ ໂຄສະນາ ຊື້-ຂາຍ ແລະ ລົງທຶນໃນເງິນຄຣິບໂຕ ຜ່ານສື່ສັງຄົມອອນລາຍ ໂດຍນໍາໃຊ້ລະບົບພລັດຟອມ (Platform) ທີ່ບໍ່ໄດ້ລົງທະບຽນຢູ່ ສປປ ລາວ.

ສະນັ້ນ, ຈຶ່ງແຈ້ງເຕືອນໃຫ້ສັງຄົມ ຈົ່ງມີສະຕິລະວັງຕົວໃນການລົງທຶນ, ການແລກປ່ຽນ ແລະ ການຊື້-ຂາຍ ເງິນຄຣິບໂຕ ຜ່ານລະບົບພລັດຟອມ ທີ່ບໍ່ໄດ້ຮັບອະນຸຍາດຈາກ ທະນາຄານເເຫ່ງ ສປປ ລາວ.

ດັ່ງນັ້ນ, ຄະນະຊ່ວຍວຽກຄະນະກໍາມະການລະດັບຊາດ ເພື່ອການຫັນເປັນດິຈິຕອນຂອງ ສປປ ລາວ, ຫ້ອງການກະຊວງເຕັກໂນໂລຊີ ແລະ ການສື່ສານ ຈຶ່ງແຈ້ງໃຫ້ເພີ່ມທະວີສະຕິລະວັງຕົວ ແລະ ມີຄວາມຮອບຄອບໃນການ ລົງທຶນ, ການແລກປ່ຽນ ແລະ ການຊື້-ຂາຍ ເງິນຄຣິບໂຕ ເພື່ອຫລີກລ້ຽງຄວາມສ່ຽງ, ຜົນເສຍຫາຍຕໍ່ຊັບສິນ ແລະ ທຶນຮອນຂອງຕົນ.

อาจเป็นรูปภาพของ ข้อความ